ຂ່າວສານ

ນະຄອນໂຮ່ຈິມິນສ້າງບັນດາຂີດໝາຍໃນຂົງເຂດການພົວພັນຕ່າງປະເທດປີ 2017

      ວັນທີ 29 ທັນວາ, ພະແນກການພົວພັນຕ່າງປະເທດນະຄອນໂຮ່ຈິມິນ ກໍໄດ້ຈັດກອງປະຊຸມສະຫຼຸບວຽກງານປີ 2017 ແລະ ຜັນຂະຫຍາຍໜ້າທີ່ປີ 2018

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸຍແທງເຊີນ ກ່າວຄຳເຫັນທີ່ກອງປະຊຸມ
      ປີ 2017 ແມ່ນປີທີນະຄອນໂຮ່ຈິມິນປະສົບຜົນສຳເລັດກ່ຽວກັບວຽກງານການພົວພັນຕ່າງປະເທດດ້ວຍບັນດາເຫດການທີ່ສຳຄັນປີ ປີ APEC 2017, ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງອາຊຽນ, 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ-ລາວ…..
    ກ່າວຄຳເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸຍແທງເຊີນ ໄດ້ສະແດງຄວາມຫວັງວ່າ ທາງນະຄອນໂຮ່ຈິມິນ ສືບຕໍ່ແມ່ນທ້ອງຖິ່ນນຳໜ້າໃນວຽກງານການພົວພັນຕ່າງປະເທດ, ເປັນເຈົ້າການເປີດກ້ວາງການພົວພັນກັບສາກົນ, ຊຸກຍູ້ການຄ້າ, ການລົງທຶນ, ການທ່ອງທ່ຽວ, ປະກອບສ່ວນແທດຈິງເຂົ້າໃນການປະຕິບັດບັນດາເປົ້າໝາຍການເມືອງ-ເສດຖະກິດ-ສັງຄົມຂອງທ້ອງຖິ່ນ ແລະ ປະເທດຊາດ. 
 (ແຫຼ່ງຄັດຈາກ VOV)
 

top