ວັນທີ 22 ພຶດສະພາ, ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນເຫວ້ ໄດ້ຈັດຕັ້ງພິທີໄວ້ອາໄລ, ເຄົາລົບສົບ ແລະປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ຈໍານວນ 8 ອັດຖິ.
ບັນດາຜູ້ແທນປະຕິບັດພິທີຕີລະຄັງ. ພາບ: qdnd.vn
ບັນດາຜູ້ແທນເຂົ້າຮ່ວມພິທີ. ພາບ: qdnd.vn
ເຂົ້າຮ່ວມພິທີມີບັນດາສະຫາຍ: ນາງ ຫງວຽນທິແທັງ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ; ພົນໂທ ເລກວາງມິງ ຮອງຫົວໜ້າກົມໃຫຍ່ການເມືອງ, ກໍາມະການຄະນະຊີ້ນໍາລະດັບຊາດ ກ່ຽວກັບການຊອກຫາ, ທ້ອນໂຮມ ແລະກໍານົດຊື່ ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ.
ໂດຍຕອບສະໜອງ “ບັ້ນເຄື່ອນໄຫວ 500 ວັນ ແລະຄືນ ຍູ້ແຮງການຊອກຫາ, ທ້ອນໂຮມ ແລະກໍານົດຊື່ ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ”, ລະດູແລ້ງ 2025-2026, ກອງທ້ອນໂຮມອັດຖິ 192, ກອງບັນຊາການທະຫານນະຄອນເຫວ້ ໄດ້ຜ່ານຜ່າຄວາມຫຍຸ້ງຍາກລໍາບາກ, ສົມທົບຢ່າງແໜ້ນແຟ້ນກັບຄະນະພັກຂັ້ນ, ອໍານາດການປົກຄອງ, ກໍາລັງປະກອບອາວຸດ ແລະປະຊາຊົນລາວ ຕັ້ງໜ້າກວກກາຂໍ້ມູນ, ຈັດຕັ້ງກໍາລັງ, ພາຫະນະຊອກຫາ, ຄົ້ນພົບ ແລະທ້ອນໂຮມໄດ້ 8 ອັດຖິ ຢູ່ສອງແຂວງ ສາລະວັນ ແລະເຊກອງ.
ບັນດາຜູ້ແທນ ເຄື່ອນຍ້າຍອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ມາບ່ອນປົງອັດຖິ. ພາບ: qdnd.vn
ພິທີໄວ້ອາໄລ, ເຄົາລົບສົບ ແລະປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ໄດ້ຈັດຂຶ້ນຢ່າງສົມກຽດ. ພາບ: qdnd.vn
ໃນບັນຍາກາດທີ່ເຄັ່ງຂຶມ, ບັນດາຜູ້ແທນ ໄດ້ຈູດທູບທຽນ, ຖະຫວາຍດອກໄມ້ອາໄລຫາ, ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງມາຍັງບັນດາວິລະຊົນນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ທີ່ໄດ້ຕໍ່ສູ້ຢ່າງພິລະອາດຫານ, ເສຍສະຫຼະຊີວິດ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະເຮັດຫຼ້ອນພັນທະສາກົນອັນສູງສົ່ງ.