ເພື່ອຮັບຕ້ອນປີໃໝ່ສາກົນ 2018, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວນະຄອນຮ່າໂນ້ຍ ໄດ້ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງ ຈັດຕັ້ງບັນດາການເຄື່ອນໄຫວວັດທະນະທຳ, ສິລະປະ ແລະ ກິລາ
ຮ່າໂນ້ຍຈັດບັນດາການເຄື່ອນໄຫວວັດທະນະທຳ, ສິລະປະ ແລະ ກິລາ
ຕາມນັ້ນແລ້ວ, ໃນຕອນຄ່ຳວັນທີ 31 ທັນວາປີ 2017, ນະຄອນຈະຈັດຕັ້ງບັນດາລາຍການສະແດງສິລະປະ ເພື່ອຕ້ອນຮັບປີໃໝ່ 2018 ຢູ່ຫຼາຍແຫ່ງໃນນະຄອນຫຼວງຮ່າໂນ້ຍ. ພ້ອມກັນນັ້ນ, ກໍໄດ້ດຳເນີນການເຄື່ອນໄຫວໂຄສະນາເຄື່ອນທີ່, ສາຍຟິມຮູບເງົາເອກະສານ, ຈັດງານວາງສະແດງຮູບຖ່າຍ…..ດ້ວຍຫົວຂໍ້ຊົມເຊີຍພັກ, ຊົມເຊີຍລະດູບານໃໝ່, ຕ້ອນຮັບປີໃໝ່ 2018, ສະເຫຼີມສະຫຼອງ 88 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ…
(ແຫຼ່ງຄັດຈາກ VOV)