ນະຄອນຫຼວງຮ່າໂນ້ຍເຮືອງເຮື່ອໄປດ້ວຍແສງສີບັ້ງໄຟດອກ ໃນຄຳ່ຄືນສະເຫຼີມສະຫຼອງ 70 ປີ ວັນຊາດຫວຽດນາມ


ໃນຄຳ່ຄືນຂອງວັນທີ 2 ກັນຍາ, ເຖິງແມ່ນວ່າສະພາບອາກາດ ຢູ່ ນະຄອນຫຼວງ ຮ່າໂນ້ຍ ບໍ່ເປັນໄປຕາມ ດັ່ງຄວາມ ມຸ່ງຫວັງ ຍ້ອນມີ ຝົນຕົກແຮງ, ແຕ່ປະຊາຊົນຫຼາຍໝື່ນຄົນ ຍັງຄົງ ຫຼັ່ງໄຫຼກັນລົງສູ່ຖະ ໜົນໄປຫາຈຸດລວມຕ່າງໆ ເພື່ອຮັບຊົມລາຍການຍິງບັ້ງໄຟດອກ ສະເຫຼີມສະຫຼອງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມຄົບຮອບ 70 ປີ. 

ເພື່ອບໍລິການຮັບໃຊ້ມວນຊົນ ແລະ ນັກທ່ອງທ່ຽວຕ້ອນຮັບ ວັນບຸນດົກເຫຼີບ(ເອກະລາດ) ດ່ັງກ່າວ, ອຳນາດການປົກຄອງນະຄອນຫຼວງ ຮ່າໂນ້ຍໄດ້ຈັດສັນສະຖານທີ່ຍິງບັ້ງໄຟດອກດ້ວຍວິທີການແບບ  ໃຫ່ມ 5 ແຫ່ງຄື: ບໍລິເວນ ໜອງຮວ່ານກ໋ຽມ(ໜອງເຕົ່າ), ສວນສາ ທາລະນະ ຖົ໋ງເຍິດ, ສະໜາມກິລາແຫ່ງຊາດມີ໊ດິ່ງ, ສວນດອກໄມ້ ຫງວຽນຮວ່າງໂຕນ(ເມືອງໄຕໂຮ່) ແລະ ໜອງ ວັນກວ໋ານ (ເມືອງ ຮ່າໂດງ).
ປະຕິບັດ: ເຈິ່ນແທງຢາງ

top