ວັດທະນະທຳ

ນະຄອນຫຼວງວຽງຈັນ ໃນວັນມ່ວນຊ່ືນຄົບຮອບ 450 ປີ

ປະເທດ ສປປ ລາວ ໄດ້ຈັດງານສະເຫຼີມສະຫຼອງ 450 ປີ ວຽງຈັນເປັນນະຄອນຫຼວງ. ປະຊາ ຊົນລາວຈະບໍ່ມີວັນລືມເລື່ອງລາວ ການຍົກຍ້າຍລາຊະທານີ ເມື່ອປີ ຄສ. 1560 ຂອງສະເດັດ ພະເຈົ້າໄຊຍະເຊດຖາທິລາດໄດ້ປ່ຽນສະພາບເມືອງຮ້າງວຽງຈັນໃນປາງໜຶ່ງ ເປັນລາຊະທານີ ທີ່ ໃຫຍ່ ແລະຄວາມພາກພູມໃຈຂອງປວງຊົນລາວ ທັງຊາດຈົນເທົ່າທຸກມື້ນີ້.

     
ເກືອບ 1 ປີເຕັມໆ ທີ່ໄດ້ກະກຽມໃຫ້ແກ່ການສະຫຼອງໃຫຍ່ດັ່ງກ່າວ ປະຊາຊົນລາວບັນດາເຜົ່າທົ່ວປະເທດ ໄດ້ອອກເຫື່ອເທແຮງ ໃຫ້ແກ່ວັນສຳຄັນ ນີ້ ເພື່ອບັນລຸຜົນສຳເລັດໃນການເຮັດກິດຈະກຳຕ່າງໆດ້ານວັດທະນະທຳ, ສະຖາປັດຕະຍະກຳທີ່ໃຫຍ່ໂຕມະໂຫຖານຫຼາຍແຫ່ງ ໃຫ້ທັນກັບການ ສະເຫຼີມສະຫຼອງວັນປະຫວັດສາດສຳ ຄັນດັ່ງກ່າວ. ໃນນັ້ນມີກິດຈະການສ້າງສວນວັດທະນະທຳໄຊຍະເຊດຖາທິລາດ, ສະໜາມຫຼວງ ພະທາດ ຫຼວງ ແລະວົງວຽນ 450 ປີວຽງຈັນ ຊຶ່ງທາງລັດຖະບານ ແລະ ປະຊາຊົນຫວຽດນາມ ໄດ້ມອບເປັນຂວັນໃຫ້ ແກ່ຜູ້ເປັນເພື່ອນມິດສະຫາ ອ້າຍ ນ້ອງລາວ ທີ່ໝັ້ນແກ່ນ ແລະ ສັດຊຶ່ບໍລິສຸດ ແລະກໍເປັນໜຶ່ງໃນ 21 ໂຄງການ ສຳຄັນເປັນພິເສດໃນການສະເຫຼີມສະຫຼອງ 450 ປີ ວຽງຈັນເປັນ ນະຄອນຫຼວງ.

Ảnh đẹp - Báo Ảnh
ປະທານ ຈູມມາລີ ໄຊຍະສອນ ຕີຄ້ອງເປີດພິທີ
Ảnh đẹp - Báo Ảnh
ປະຊາຊົນນັບແສນໆ ຄົນຫຼັ່ງໄຫຼສູ່ສະໜາມກິລາແຫ່ງຊາດ
Ảnh đẹp - Báo Ảnh
ອ້າຍບ່າວ, ນາງສາວ ລາວ ເດີນສວນສະໜາມສະຫຼອງນະຄອນ ວຽງຈັນ 450 ປີ

ຢູ່ມໍ່ໆກັບກິດຈະການດັ່ງກ່າວພັດແມ່ນບໍລິເວນຈັດງານຕະຫຼາດນັດ ແລະວາງສະແດງສິນຄ້າອັນຍິ່ງໃຫຍ່ ຂອງບັນດາຫົວໜ່ວຍທຸລະກິດພາຍໃນ ແລະ ຕ່າງປະເທດທີ່ສາມາດດຶງດູດປະຊາຊົນ ແລະ ນັກທ່ອງທ່ຽວ ຈຳນວນຫຼວງຫຼາຍເຂົ້າທ່ຽວຊົມ ແລະ ຊື້ສິ່ງຂອງຕ່າງໆ, ພ້ອມຮ່ວມຊົມການ ສະແດງສິລະປະວັດທະນະທຳ ອັນເຕັມໄປດ້ວຍສີສັນແຫ່ງວົງຄະນາຍາດແຫ່ງຊາດລາວ. ໃນວັນສະເຫຼີມສະຫຼອງໃຫຍ່, ໄດ້ເບ່ິງການເດີນສວນ ສະໜາມ, ການສະແດງເຫດການປະຫວັດສາດ ການ ຍົກຍ້າຍເມືອງຫຼວງຈາກນະຄອນຊຽງທອງ (ຫຼວງພະບາງ) ມາຕັ້ງຢູ່ວຽງຈັນ; ພິທີແຫ່ຮູບ ປັ້ນພະເຈົ້າໄຊຍະເຊດຖາທິລາດ; ການແຂ່ງຂັນໂດດຈ້ອງນາໆ ຊາດທີ່ຈັດຂຶ້ນ 3 ມື້ຕິດຕໍ່ກັນ ໂດຍມີ 20 ປະເທດເຂົ້າຮ່ວມ,ໃນນັ້ນມີ ຫວຽດ ນາມ; ພ້ອມການສະແດງຂອງ ງານມະໂຫລານສິລະປະພື້ນເມືອງຄັ້ງທີ 3 ຂອງ16 ແຂວງ ແລະ ນະຄອນຫຼວງເຂົ້າຮ່ວມ ແລະ ການເຄື່ອນ ໄຫວວັດທະນະທຳທີ່ຍອດຢ້ຽມອື່ນໆຢ່າງຫຼວງຫຼາຍ. ພິເສດແມ່ນ ພິທີເປີດ ແລະ ສົມໂພດຮູບຫຼໍ່ພະເຈົ້າ ອະນຸວົງ ທີ່ສາມາດດຶງດູດ ປວງຊົນນັບ ແສນໆຄົນເຂົ້າຮ່ວມ ແລະ ປຸກລຸກຄວາມເປັນຊາດຂອງປະຊາຊົນ ລາວທຸກເຜົ່າທຸກຊັ້ນຄົນໃນທົ່ວປະເທດທ່ານ ບົວເງິນ ຊາພູວົງ ລັດຖະມົນຕີ ຊ່ວຍວ່າການກະຊວງຖະແຫຼງ ຂ່າວ ແລະ ວັດທະນະທຳແຫ່ງ ສປປ ລາວ ກ່າວວ່າ: ການສະເຫຼີມສະຫຼອງວຽງຈັນ 450 ປີໄດ້ ບັນລຸຜົນສຳເລັດ ອັນຈົບງາມເກີນຄາດຈາກນຳ້ໃຈຮັກຊາດ ແລະ ຄວາມສາມັກຄີ ຂອງປະຊາຊົນລາວບັນດາເຜົ່າ ແລະ ເປັນຄວາມເອກອ້າງທະນົງໃຈ ຫາອັນປຽບ ບໍ່ໄດ້ ຂອງປວງຊົນລາວ ທັງຊາດ.
ສາຂາສຳນັກຂ່າວສານ ຫວຽດນາມ ປະຈຳ ສປປ ລາວ, ບ່ອນທີ່ພວກຂ້າພະເຈົ້າຢູ່ ແລະ ເຮັດວຽກຕັ້ງຢູ່ຂ້າງ ສະໜາມຫຼວງພະທາດຫຼວງ ຍາມ ໃດກໍມີບັນຍາກາດຄຶກຄື້ນໄປດ້ວຍສຽງຄ້ອງ, ສຽງກອງ, ສຽງແຄນ, ສຽງ ຂັບລຳຕະຫຼອດທັງເວັນ ແລະ ຄືນ. 
 
Ảnh đẹp - Báo Ảnh
ການເດີນສວນສະໜາມຂອງປະຊາຊົນນະຄອນຫຼວງ ວຽງຈັນ
 
Ảnh đẹp - Báo Ảnh
ການເດີນສວນສະໜາມຂອງປະຊາຊົນແຂວງ ອັດຕະປື

ຕົກຄຳ່ມາຍິ່ງຮູ້ສຶກປະທັບໃຈອີ່ຫຼີ, ຕາມຖະໜົນຫົນທາງ ແລະ ກິດຈະການຕ່າງໆ ຂອງນະຄອນຫຼວງ ວຽງຈັນ ລ້ວນແຕ່ໄດ້ຮັບການປະດັບປະດາ ໄປດ້ວຍທຸງພັກ, ທຸງຊາດ, ປ້າຍຄຳຂວັນ ແລະ ການໂຄສະນາຕ່າງໆ ໃຫ້ ແກ່ນະຄອນຫຼວງວຽງຈັນ ຜ່ານຈໍພາບເອເລັກໂຕຣນິກທີ່ທັນສະໄຫມ ພ້ອມດອກໄຟແສງສີທີ່ສ້າງຄວາມຕ່ືນ ຕາຕື່ນໃຈເປັນຢ່າງຍິ່ງໃຫ້ແກ່ແຂກຄົນ. ໃນແຕ່ລະມື້ຂອງຊ່ວງໄລຍະເວລາດັ່ງກ່າວ, ຊາວນະຄອນຫຼວງ ວຽງ ຈັນ ແລະ ຕະຫຼອດຮອດປະຊາຊົນແຂວງຕ່າງໆ ໄດ້ຫຼັ່ງໄຫຼມາສູ່ສະໜາມຫຼວງຢ່າງຄັບຄາໜາແໜ້ນ ແລະ ເປັນລະບຽບຮຽບຮ້ອຍ ໂດຍຮັບ ປະກັນໄດ້ຄວາມສະຫງົບປອດໄພເປັນຢ່າງດີ. ໜຶ່ງໃນຈຸດສຳຄັນ ຂອງພິທີ ສະເຫຼີມສະຫຼອງວັນນະຄອນຫຼວງວຽງຈັນ ຄົບຮອບ 450 ປີ ແລະ ວັນສ້າງຕັ້ງ ສປປ ລາວ ຄົບຮອບ 35 ປີນັ້ນ ແມ່ນພິທີໂຮມຊຸມນຸມການສວນສະໜາມລະດັບຊາດ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ສະໜາມກິລາແຫ່ງ ຊາດ ທີ່ ຫ່າງຈາກໃຈກາງນະຄອນຫຼວງໄປທາງທິດຕາເວັນອອກສຽງເຫນືອ ປະມານ 16 ກິໂລແມັດ.
ໃນໂອກາດນີ້, ຄະນະຜູ້ແທນຂັ້ນສູງພັກນະຄອນຫຼວງຮ່າໂນ້ຍ ນຳໂດຍສະຫາຍ ຟາມກວາງງີ່ ກຳມະການ ກົມການເມືອງສູນກາງພັກ,ເລຂາ ພັກນະຄອນຮ່າໂນ້ຍ ແລະຄະນະຜູ້ແທນຂັ້ນສູງພັກນະຄອນໂຮ່ຈີມິນ ນຳ ໂດຍສະຫາຍ ເລແທງຮາຍ ກຳມະການກົມການເມືອງສູນກາງ ພັກ, ເລຂາພັກນະຄອນໂຮ່ຈີມິນ ໄດ້ເຂົ້າ ຮ່ວມໃນຖານະແຂກຮັບເຊີນ.
 
Ảnh đẹp - Báo Ảnh
ປະຊາຊົນລາວມ່ວນຊື່ນສະຫຼອງວຽງຈັນ 450 ປີ
Ảnh đẹp - Báo Ảnh Ảnh đẹp - Báo Ảnh
ອ້າຍບ່າວມົ້ງເປົ່າແຄນ ກະສິກອນເບີກບ່ານມ່ວນຊື່ນທີ່ໄດ້ຮັບຜົນຜະລິດ

ໃນພິທີໂຮມຊຸມນຸມ,ສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະ ທານປະເທດແຫ່ງ ສປປ ລາວ ໄດ້ ຂຶ້ນກ່າວປາໄສຕໍ່ພິທີຊຸມນຸມ ທີ່ໄດ້ຍົກໃຫ້ເຫັນນ້ຳໃຈຮັກຊາດ, ຮັກສັນຕິ ພາບ, ເອກະລາດ ແລະມິດຕະພາບຂອງປະຊາຊົນລາວ ບັນດາເຜົ່າທຸກ ຖ້ວນໜ້າ ແລະຕີລາຄາສູງຂະບວນ ການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດຂອງບັນດາບັນພະບູລຸດລາວແຕ່ອະດີດຈົນຮອດປັດຈຸບັນ.ໃນໄລຍະ 25 ປີແຫ່ງການປ່ຽນແປງໃໝ່, ປະຊາຊົນລາວ ໄດ້ສາມັກຄີເປັນຈິດໜຶ່ງໃຈດຽວປະຕິບັດສອງໜ້າ ທີ່ຍຸດທະ ສາດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດໃຫ້ຍືນຍົງຕະຫຼອດມາ. ໃນແຜນການພັດທະນາ ເສດຖະກິດ-ສັງຄົມ 5 ປີຄັ້ງທີ 7 (2011-2015), ນະຄອນຫຼວງວຽງ ຈັນ ສູູ້ຊົນບັນລຸຍອດຜະລິດຕະພັນພາຍ ໃນເພີ່ມຂຶ້ນໃນລະດັບບໍ່ຕ່ຳກວ່າ 9% ຕໍ່ປີ,ໃນນັ້ນ ກະສິກຳ 7,79%, ອຸດສາຫະກຳ 12,51ຕໍ່ປີ, ການບໍລິການ 11,28% ຕໍ່ປີ ແລະ ສູ້ຊົນສ້າງສານະຄອນຫຼວງວຽງຈັນ ໃຫ້ມີສະພາບແວດລ້ອມທຳມະຊາດ ທີ່ຍືນຍົງ. 
 
Ảnh đẹp - Báo Ảnh
ສາວມົ້ງໃນຊຸດນຸ່ງຖືປະຈຳເຜັົ່າ


Ảnh đẹp - Báo Ảnh
ນັກຂ່າວຕ່າງປະເທດພວມຕິດຕາມຂ່າວ


ຕອບສຳພາດນັກຂ່າວພວກຂ້າພະເຈົ້າ, ທ່ານ ສົມບັດ ເຢຍລີເຮີ ເລຂາພັກ, ເຈົ້າຄອງນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ພັກ ແລະ ລັດຖະບານ ຫວຽດນາມ ຍາມໃດກໍເປັນຫ່ວງເປັນໃຍ ແລະ ໄດ້ໃຫ້ການຊ່ວຍເຫຼືອ ນະ ຄອນຫຼວງວຽງຈັນພວກຂ້າພະເຈົ້າຢ່າງຫຼວງຫຼາຍ, ມາໂດຍຕະຫລອດ ເຊັ່ນວ່າ: ໂຄງການສວນວັດທະນະທຳ ໄຊຍະເຊດຖາທິລາດ, ສະໜາມຫຼວງພະທາດຫຼວງ ແລະ ວົງວຽນ 450 ປີ ທີ່ໄດ້ນຳໃຊ້ເຂົ້າໃນການສະ ຫຼອງ ໃຫຍ່ຢ່າງທັນການ.ການຊ່ວຍເຫຼືອດັ່ງກ່າວບໍ່ພຽງແຕ່ເປັນການປະດັບເອ້ໃຫ້ແກ່ນະຄອນຫຼວງວຽງຈັນເທົ່ານັ້ນ, ແຕ່ຍັງປະກອບສ່ວນເຂົ້າໃນ ການເພີ່ມທະວີສາຍພົວພັນມິດຕະພາບແບບພິເສດລະຫວ່າງລາວ ແລະຫວຽດ ນາມອີກດ້ວຍ.

                                        ບົດ ແລະ ພາບ: ຮວ່າງເຈືອງ - ຟາມກຽນ - ຂ່າວສານປະເທດລາວ (KPL) 

 

top