ຂ່າວສານ

ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 879 ອັດຖິຢູ່ສວນສາທາລະນະວັດທະນະທຳ ເລທິຮຽງ

ວຽກງານຄົ້ນຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ໃນບໍລິເວນ, ໃນນັ້ນມີສວນສາທາລະນະວັດທະນະທຳ ເລທິຣຽງ, ນະຄອນ ໂຮ່ຈິມິນ ພວມສືບຕໍ່ໄດ້ຮັບການຜັນຂະຫຍຫາຍດ້ວຍຄວາມໜ້າທີ່ຮັບຜິດຊອບສູງ
  ແຕ່ວັນທີ 23 ມິຖຸນາ ຫາວັນທີ 31 ຕຸລາ, ບັນດາກຳລັງປະຕິບັດໜ້າທີ່ໄດ້ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ 879 ອັດຖິ (ພາບ: VNA)  

ພາຍ​ຫຼັງເຄິ່ງເດືອນໄດ້​ຜັນ​ຂະ​ຫຍາຍປະຕິບັດໄລຍະທີສອງ​ວຽກ​​ງານ​ຄົ້ນ​ຫາ, ທ້ອນ​ໂຮມອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດເພື່ອ​ຊາດ, ຕາແສງ ຮວ່າຮຸຶງ, ນະຄອນ ໂຮ່ຈິມິນ, ແຕ່ວັນທີ 15 - 31 ຕຸລາ, ບັນ​ດາກຳລັງປະຕິບັດໜ້າທີ່ໄດ້ຄົ້ນ​​ພົບ ແລະ ​ທ້ອນ​ໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ 148 ​ອັດ​ຖິ. ​ໝານ​ຜົນ​ແມ່ນ, ແຕ່ວັນທີ 23 ມິຖຸນາ ຫາ​ວັນ​ທີ 31 ຕຸລາ, ​ບັນ​ດາກຳລັງປະຕິບັດໜ້າທີ່ໄດ້​ທ້ອນ​ໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ 879 ອັດ​ຖິ (​ມີ 333 ອັດ​ຖິ​ມີວັດຖຸຕິດ​ພ້ອມ) ຢູ່ສວນສາທາລະນະວັດທະນະທຳ ເລທິຣຽງ.

ວຽກ​ງານຄົ້ນຫາ, ທ້ອນ​ໂຮມອັດຖິ​ນັກ​ຮົບເສຍສະຫຼະຊີວິດ​ເພື່ອ​ຊາດຢູ່ໃນບໍລິເວນ, ​ໃນ​ນັ້ນ​ມີສວນສາທາລະນະວັດທະນະທຳ ເລທິຣຽງ, ນະຄອນ ໂຮ່ຈິມິນ ພວມສືບຕໍ່​ໄດ້​ຮັບ​ການ​ຜັນ​ຂະ​ຫຍ​ຫາຍດ້ວຍຄວາມ​ໜ້າ​ທີ່ຮັບຜິດຊອບສູງ, ສະແດງໃຫ້ເຫັນເຖິງ​ການ​ຕອບ​ບຸນ​ແທນ​ຄຸນຢ່າງເລິກເຊິ່ງຕໍ່ບັນດາ ນັກຮົບວິລະຊົນ​ຜູ້​ທີ່ໄດ້ເສຍສະຫຼະຊີວິດ ເພື່ອ​ພາ​ລະ​ກິດ​ປົດ​ປ່ອນ​ຊາດ, ສ້າງສາ ແລະ ປົກປັ​ກ​ຮັກ​ສາປະເທດຊາດ.


top