ທ່ານ ຄຳລຽງ ອຸທະໄກສອນ ຢັ້ງຢືນວ່າ ພັກ, ລັດ, ກອງທັບ ແລະ ປະຊາຊົນລາວ ຍາມໃດກໍ່ຈະຮຽງບ່າຮຽງໄຫຼ່ກັບພັກ, ລັດ, ກອງທັບ ແລະ ປະຊາຊົນ ຫວຽດນາມ, ພ້ອມກັນປົກປັກຮັກສາ, ເພີ່ມພູນຄູນສ້າງການພົວພັນແບບພິເສດລະຫວ່າງສອງປະເທດໃຫ້ຍືນຍົງຄົງຕົວຊົ່ວກາລະນານ.
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຕ້ອນຮັບທ່ານພົນເອກ ຄຳລ້ຽງ ອຸທະໄກສອນ, ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ (ພາບ: VNA)
ຕອນບ່າຍວັນທີ 14 ຕຸລາ,ຢູ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຄຳລ້ຽງ ອຸທະໄກສອນ, ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ໃນໂອກາດມາຢ້ຽມຢາມ ຫວຽດນາມຢ່າງເປັນທາງການ, ເຂົ້າຮ່ວມການພົບປະປະຈຳປີລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 10 ແລະ ເປັນສັກຂີພະຍານ ການຊ້ອມຮົບຮ່ວມກ່ຽວກັບການປ້ອງກັນພົນລະເຮືອນລະຫວ່າງກອງທັບສາມປະເທດ ຄັ້ງທີ 5.
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນວ່າ, ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ສະຫງວນບຸລິມະສິດສູງສຸດໃຫ້ການພົວພັນ ຫວຽດນາມ - ລາວ. ທ່ານຕີລາຄາສູງໝາກຜົນການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດ ແລະ ກອງທັບສາມປະເທດໃນໄລຍະຜ່ານມາ, ທ່ານເລຂາທິການໃຫຍ່, ປະທານປະເທດ ເນັ້ນໜັກວ່າ ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນ; ສະເໜີສອງຝ່າຍສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ຢູ່ລະດັບຍຸດທະສາດ; ຮັກສາປະສິດທິຜົນບັນດາການຢ້ຽມຢາມ, ພົບປະ, ໂອ້ລົມສົນທະນາການປ້ອງກັນຊາດທຸກຂັ້ນ ແລະ ຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວຢ່າງແທ້ຈິງ.
ສ່ວນທ່ານ ຄຳລຽງ ອຸທະໄກສອນ ຢັ້ງຢືນວ່າ ພັກ, ລັດ, ກອງທັບ ແລະ ປະຊາຊົນລາວ ຍາມໃດກໍ່ຈະຮຽງບ່າຮຽງໄຫຼ່ກັບພັກ, ລັດ, ກອງທັບ ແລະ ປະຊາຊົນ ຫວຽດນາມ, ພ້ອມກັນປົກປັກຮັກສາ, ເພີ່ມພູນຄູນສ້າງການພົວພັນແບບພິເສດລະຫວ່າງສອງປະເທດໃຫ້ຍືນຍົງຄົງຕົວຊົ່ວກາລະນານ.