ພາບລວມທັງໝົດ ຂອງ ວັດ ມິງແທ່ງ ທີ່ນະຄອນ ໄປຼກູ ເບິ່ງແຕ່ມູມສູງ.
ຕັ້ງຢູ່ເລກທີ 14 A ຖະໜົນ ຫງວຽນວ໋ຽດຊວນ, ບ້ານ ໂຮ້ຍຝູ໋, ຫ່າງຈາກໃຈກາງນະຄອນ ໄປຼກູ ປະມານ 2 ກິໂລແມັດ
ໄປທາງທິດ ຕາເວັນຕົກສ່ຽງໃຕ້, ວັດ ມິງແທ່ງ ເປັນກຸ່ມ ສະຖາປັດຕະຍະກຳ ພຸດທະສາສະໜາ ທີ່ກວ້າງໃຫຍ່.
ຫ້ອງໂຖງໃຫຍ່ ໃນວັດ ມິງແທ່ງ.
ເຈດີ ເກັບຮັກສາ ອັດຖິຂອງພະເຖລານຸເຖລະ (ເບື້ອງຊ້າຍ) ສູງ 70 ແມັດ ລວມ 9 ຊັ້ນ, ຈອມພະທາດແຫຼມສູງສຽບຟ້າ ຢ່າງເຄັ່ງຂຶມ.
ພາບໃກ້ຂອງເຈດີ ເກັບຮັກສາ ອັດຖິຂອງພະເຖລານຸເຖລະ ໃນວັດ ມິງແທ່ງ.
ພິເສດ ບານປະຕູວັດ ເຮັດດ້ວຍ ໄມ້ Afzelia xylocarpa ໄດ້ຄວັດສະຫຼັກ ພາບໂນນ ຕື໋ດ້າຍທຽນເວືອງ ຢ່າງປານີດ ແນບນຽນ.
ດ້ວຍຄວາມສູງ 6 ແມັດ, ໜາ 6 ເຕິກ, ນີ້ຖືວ່າ ເປັນ ຊຸດບານປະຕູໃຫຍ່ທີສຸດ ຢູ່ ຫວຽດນາມ.
ເດີ່ນຢູ່ທາງໃນຫ້ອງໂຖງໃຫຍ່ ຂອງວັດ ມິງແທ່ງ ແມ່ນບັນດາ ຮູບປັ້ນພະອໍລະຫັນດ້ວຍຫີນໃຫຍ່.
ບັນດາຜົນການປະດິດແຕ່ງດ້ານສິລະປະຄວັດສະຫຼັກຮູບປັ້ນ ຢູ່ທີ່ນີ້ ແມ່ນອີງໃສ່ ພື້ນຖານຂອງປັດສະຍາມະຫາຍານ (tantrism).
ມັນມີສອງຄວາມໝາຍ ທາງວັນນະຄະດີ ແລະ ທິດສະດີ ປັດສະຍາ, ເກືອບທຸກສິ່ງຍອດຍິ່ງ ຂອງແນວຄິດ ແລະ ວັນນະຄະດີ
ພຸດທະສາສະໜາມະຫາຍານ(Vajrayana) ໄດ້ບັນຈຸຢູ່ໃນນີ້.
ວັດ ມິງແທ່ງ ໄດ້ນັກທ່ອງທ່ຽວຫຼາຍຄົນຮູ້ຈັກເຖິງ ເນື່ອງຈາກ ມີແບບການສະຖາປັດຕະຍະກຳ ຄ້າຍຄືກັນກັບ ຫໍບູຊາ ຫຼາຍແຫ່ງ
ຢູ່ ຍີ່ປຸ່ນ ກັບຮູບຈອມທາດ ຄົດໂຄ້ງທີ່ເປັນເອກະລັກ. |