ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ລົງຢ້ຽມຢາມ ແລະ ເປັນປະທານການເຮັດວຽກກັບກະຊວງສາທາລະນະສຸກ ກ່ຽວກັບໝາກຜົນຂອງການປະຕິບັດວຽກງານການແພດໃນໄລຍະຜ່ານມາ ແລະ ທິດທາງ, ໜ້າທີ່ໃນໄລຍະຈະມາເຖິງ.
ທ່ານເລຂາທິການໃຫຍ່ ໂຕເລິມ ເຮັດວຽກກັບກະຊວງສາທາລະນະສຸກ (ພາບ: VOV)
ຕອນເຊົ້າວັນທີ 24 ກຸມພາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ລົງຢ້ຽມຢາມ ແລະ ເປັນປະທານການເຮັດວຽກກັບກະຊວງສາທາລະນະສຸກ ກ່ຽວກັບໝາກຜົນຂອງການປະຕິບັດວຽກງານການແພດໃນໄລຍະຜ່ານມາ ແລະ ທິດທາງ, ໜ້າທີ່ໃນໄລຍະຈະມາເຖິງ ແລະ ອວຍພອນຂະແໜງສາທາລະນະສຸກເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນແພດໝໍ ຫວຽດນາມ (27/2/1955 - 27/2/2025).
ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຮັບຮູ້ ແລະ ຕີລາຄາສູງຂະແໜງສາທາລະນະສຸກ ໄດ້ມີການອຸທິດສ່ວນທີ່ຍິ່ງໃຫຍ່ໃນການເບິ່ງແຍງສຸຂະພາບ ປະຊາຊົນ, ພ້ອມທັງໃນໄລຍະຜ່ານມາໄດ້ບັນລຸ ບາດກ້າວບຸກທະລຸໃນວຽກງານຍົກສູງຄຸນນະພາບໃນການປິ່ນປົວ, ໝູນໃຊ້ເຕັກໂນໂລຢີສູງ ແລະ ພັດທະນາພື້ນຖານການແພດທີ່ທັນສະໄໝ. ທ່ານເນັ້ນໜັກເຖິງບັນດາສິ່ງທ້າທາຍເຊິ່ງຂະແໜງການແພດຕ້ອງປະເຊີນໜ້າໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ຮຽກຮ້ອງໃຫ້ຂະແໜງການແພດຕ້ອງປ່ຽນແປງຈິນຕະນາການກ່ຽວກັບຂົງເຂດການແພດ, ຂົງເຂດເບິ່ງແຍງສຸຂະພາບປະຊາຊົນ. ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ:
ເພີ່ມທະວີການໝູນໃຊ້ເຕັກໂນໂລຢີໃນການກວດປິ່ນປົວພະຍາດ, ຊ່ວຍຄົນເຈັບຢູ່ເຂດຫ່າງໄກສອກຫຼີກໄດ້ຮັບການປິ່ນປົວຈາກແພດໝໍລົງເລິກຂະແໜເຊິ່ງບໍ່ຕ້ອງເດີນໄກ, ສ້າງລະບົບໃຫ້ຄຳປຶກສາສຸຂະພາບທາງໄກ ເພື່ອໜູນຊ່ວຍການບົ່ງມະຕິພະຍາດຂັ້ນຕົ້ນ. ພ້ອມທັງ, ຕ້ອງເປີດກວ້າງບັນດາຮູບແບບຮ່ວມມືພາກລັດ - ເອກະຊົນ ແລະ ເປີດກວ້າງຂອບເຂດໃຫ້ແກ່ເອກະຊົນເຂົ້າຮ່ວມການລົງທຶນກຊ່ສ້າງຮາກຖານການແພດ, ໂຮງໝໍ, ສູນພະຍາບານ… ສົ່ງເສີມການພັດທະນາບັນດາໂຮງໝໍ, ການບໍລິການການແພດ ບໍ່ສັງກັດລັດ.