ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຕີລາຄາສູງບັນດາບາດກ້າວພັດທະນາຢ່າງຕັ້ງໜ້າຂອງການພົວພັນ ຫວຽດນາມ ຝລັ່ງ,
ພິທີນຳສົ່ງທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາຢູ່ ສະໜາມບິນ Orly, Paris (ພາບ: VNA)
ຕອນຄ່ຳວັນທີ 11 ກັນຍາ, ຕາມເວລາທ້ອງຖິ່ນ, ເຮືອບິນພິເສດສົ່ງທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງອອກຈາກນະຄອນຫຼວງ ປາຣີ ສິ້ນສຸດການຢ້ຽມຢາມ ສ.ຝລັ່ງຢ່າງເປັນທາງການຢ່າງຈົບງາມ ແລະ ເຂົ້າຮ່ວມກອງປະຊຸມອາວະກາດ, ຕາມຄຳເຊີນຂອງທ່ານປະທານາທິບໍດີ ຝລັ່ງ Emmanuel Macron.
ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມໄດ້ພົບປະກັບທ່ານ Gérard Larcher ປະທານສະພາສູງຝລັ່ງ. ທີ່ການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຕີລາຄາສູງບັນດາບາດກ້າວພັດທະນາຢ່າງຕັ້ງໜ້າຂອງການພົວພັນ ຫວຽດນາມ ຝລັ່ງ, ໃນນັ້ນມີຄວາມເອົາໃຈໃສ່ຂອງທ່ານ Gérard Larcher ແລະ ການປະກອບສ່ວນຂອງສະພາສູງ, ສະພາແຫ່ງຊາດ ແລະ ສະມາຊິກລັດຖະສະພາ ຝລັ່ງ. ທ່ານເລຂາທິການໃຫຍ່, ປະທາປະເທດ ໄດ້ສະເໜີໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນ, ພົບປະໃນທຸກຊ່ອງທາງ, ຜັນຂະຫຍາຍແຜນການໄລຍະ 2026 – 2028 ຢ່າງມີປະສິດທິຜົນ ຜັນຂະຫຍາຍຖະແຫຼງການຮ່ວມກ່ຽວກັບການຍົກສູງການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຝລັ່ງ.