ຂ່າວສານ ທ່ານປະທານາທິບໍດີ D.Trump: ອາເມລິກາ ພວມຊັ່ງຊາຂໍ້ສະເໜີເຊື່ອມຕໍ່ຄືນການອຸປະຖຳສ່ວນໜຶ່ງໃຫ້ແກ່ WHO 18/05/2020 ວັນທີ 16 ພຶດສະພາ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ແຈ້ງໃຫ້ຊາບວ່າ, ວໍຊິງຕັນ ພວມຊັ່ງຊາຫຼາຍຂໍ້ສະເໜີທີ່ກ່ຽວຂ້ອງເຖິງອົງການອະນາໄມໂລກ (WHO), ໃນນັ້ນມີຂໍ້ສະເໜີໃຫ້ເຊື່ອມຕໍ່ຄືນການອຸປະຖຳສ່ວນໜຶ່ງໃຫ້ແກ່ອົງການນີ້. ທ່ານປະທານາທິບໍດີອາເມລິກາ Donald Trump (ພາບ: TTXVN) ເມື່ອແບ່ງປັນໃນສື່ສັງຄົມອອນລາຍ Twitter ສ່ວນຕົວ, ທ່ານ D.Trump ໃຫ້ຮູ້ວ່າ, ໃນບັນດາຂໍ້ສະເໜີທີ່ພວມໄດ້ຮັບການພິຈາລະນານັ້ນ, ມີທັງວິທີການທີ່ ວໍຊິງຕັນ ຈະອຸປະຖຳໃຫ້ແກ່ WHO ບ້ວງເງິນທຽບເທົ່າກັບ 10% ຂອງລະດັບທີ່ອຸປະຖຳກ່ອນນີ້. ເຖິງຢ່າງໃດກໍ່ຕາມ, ທ່ານ D.Trump ໄດ້ເນັ້ນໜັກວ່າ, ປະຈຸບັນຍັງບໍ່ທັນໄດ້ອອກຄຳຕົກລົງສຸດທ້າຍ ແລະ ທຸກການເຄື່ອນໄຫວອຸປະຖຳຂອງອາເມລິກາ ທີ່ສະຫງວນໃຫ້ WHO ຍັງຖືກ “ຢຸດຕິ”. (ແຫຼ່ງຄັດຈາກ VOV)

ວັນທີ 16 ພຶດສະພາ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ແຈ້ງໃຫ້ຊາບວ່າ, ວໍຊິງຕັນ ພວມຊັ່ງຊາຫຼາຍຂໍ້ສະເໜີທີ່ກ່ຽວຂ້ອງເຖິງອົງການອະນາໄມໂລກ (WHO), ໃນນັ້ນມີຂໍ້ສະເໜີໃຫ້ເຊື່ອມຕໍ່ຄືນການອຸປະຖຳສ່ວນໜຶ່ງໃຫ້ແກ່ອົງການນີ້. ທ່ານປະທານາທິບໍດີອາເມລິກາ Donald Trump (ພາບ: TTXVN) ເມື່ອແບ່ງປັນໃນສື່ສັງຄົມອອນລາຍ Twitter ສ່ວນຕົວ, ທ່ານ D.Trump ໃຫ້ຮູ້ວ່າ, ໃນບັນດາຂໍ້ສະເໜີທີ່ພວມໄດ້ຮັບການພິຈາລະນານັ້ນ, ມີທັງວິທີການທີ່ ວໍຊິງຕັນ ຈະອຸປະຖຳໃຫ້ແກ່ WHO ບ້ວງເງິນທຽບເທົ່າກັບ 10% ຂອງລະດັບທີ່ອຸປະຖຳກ່ອນນີ້. ເຖິງຢ່າງໃດກໍ່ຕາມ, ທ່ານ D.Trump ໄດ້ເນັ້ນໜັກວ່າ, ປະຈຸບັນຍັງບໍ່ທັນໄດ້ອອກຄຳຕົກລົງສຸດທ້າຍ ແລະ ທຸກການເຄື່ອນໄຫວອຸປະຖຳຂອງອາເມລິກາ ທີ່ສະຫງວນໃຫ້ WHO ຍັງຖືກ “ຢຸດຕິ”. (ແຫຼ່ງຄັດຈາກ VOV)