ຖັນແຖວຄູອາຈານຍາມໃດກໍ່ແມ່ນກຳລັງແກ່ສານຍົກສູງພູປັນຍາ, ບຳລຸງສ້າງຊັບພະຍາກອນມະນຸດ ....
ທ່ານນາຍົກລັດຖະມົນຕີ ຫວຽດນາມ ເລມິນຮືງ ທີ່ການພົບປະ (ພາບ: VNA)
ທ່ານນາຍົກລັດຖະມົນຕີ ຫວຽດນາມ ເລມິນຮືງ ກັບ ບັນດາຄູອາຈານ, ພະນັກງານຄຸ້ມຄອງການສຶກສາດີເດັ່ນໃນທົ່ວປະເທດ. (ພາບ: VNA)
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ກັບ ບັນດາຄູອາຈານ, ພະນັກງານຄຸ້ມຄອງການສຶກສາດີເດັ່ນໃນທົ່ວປະເທດ. (ພາບ: VNA)
ສະເຫຼີມສະຫຼອງ 44 ປີວັນຄູແຫ່ງຊາດ ຫວຽດນາມ (20/11/1982 - 20/11/2026), ຕອນບ່າຍວັນທີ 19 ພະຈິກ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ເລມິນຮືງ ແລະ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນບັນດາຄູອາຈານ, ພະນັກງານຄຸ້ມຄອງການສຶກສາດີເດັ່ນໃນທົ່ວປະເທດ. ເຂົ້າຮ່ວມງານພົບປະມີຄູອາຈານດີເດັ່ນ 70 ທ່ານ ຕາງໜ້າໃຫ້ຄູອາຈານກ່ວາ 1.4 ລ້ານຄົນໃນທົ່ວປະເທດ ແລະ ຄູອາຈານ 33 ທ່ານ ແມ່ນ ສສຊ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ເລມິນຮືງ ແລະ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ມອບຂອງຂວັນເພື່ອຍ້ອງຍໍຊົມເຊີຍຄູອາຈານທີ່ດີເດັ່ນໃນປີ 2026. (ພາບ: VNA)
ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ເລມິນຮືງ ຢືນຢັນວ່າ ຖັນແຖວຄູອາຈານຍາມໃດກໍ່ແມ່ນກຳລັງແກ່ນສານຍົກສູງພູມປັນຍາ, ບຳລຸງສ້າງຊັບພະຍາກອນມະນຸດ ແລະ ຜູ້ມີຄວາມເກັ່ງກ້າສາມາດ. ມະຕິເລກທີ 71 ຂອງກົມການເມືອງກ່ຽວກັບບຸກທະລຸພັດທະນາການສຶກສາ ແລະ ບຳລຸງສ້າງ ໄດ້ສະແດງໃຫ້ເຫັນວິໄສທັດຍຸດທະສາດ, ຢັ້ງຢືນການສຶກສາແມ່ນລັດຖະນະໂຍບາຍແຖວໜ້າ, ຕ້ອງໄປກ່ອນບາດກ້າວໜຶ່ງເພື່ອນຳພາການພັດທະນາຂອງປະເທດຊາດ. ທ່ານສະເໜີຄວາມຕັດສິນໃຈ ຕ້ອງນຳການສຶກສາກາຍເປັນເສົາຄ້ຳພັດທະນາມະນຸດຢ່າງແທ້ຈິງ ແລະ ແມ່ນກຳລັງແກ່ນສານໃຫ້ແກ່ການພັດທະນາແບບຍືນຍົງຂອງປະເທດຊາດ.