ຂ່າວສານ

“ທ່າອາກາດສະຍານສາກົນ ລອງແທັງ ຕ້ອງເປັນແບບຢ່າງໃໝ່ກ່ຽວກັບພື້ນຖານໂຄງລ່າງການບິນທັນສະໄໝ, ຍືນຍົງ ແລະ ອັດສະລິຍະ”

ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາສູງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນທີ່ກ່ຽວຂ້ອງ ໄດ້ມີຄວາມມານະພະຍາຍາມກະໂດດຂັ້ນ, ໃນເບື້ອງຕົ້ນໄດ້ຮັບປະກັນກໍ່ສ້າງໂຄງການຖືກຄວາມຄືບໜ້າ.
(ທ່ານເລຂາທິການໃຫຍ່ ໂຕເລິມ ທີ່ການເຮັດວຽກທີ່ການເຮັດວຽກ)

“ທ່າອາກາດສະຍານສາກົນ ລອງແທັງ ຕ້ອງເປັນແບບຢ່າງໃໝ່ກ່ຽວກັບພື້ນຖານໂຄງລ່າງການບິນທັນສະໄໝ, ຍືນຍົງ ແລະ ອັດສະລິຍະ”. ນີ້ແມ່ນຄຳເນັ້ນໜັກຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໃນການຢ້ຽມຢາມ, ກວດກາຕົວຈິງ ແລະ ເຮັດວຽກຢູ່ສະຖານທີ່ກໍ່ສ້າງ ໂຄງການທ່າອາກາດສະຍານສາກົນ ລອງແທັງ ໃນຕອນເຊົ້າວັນທີ 13 ພະຈິກ, ຢູ່ແຂວງ ດົ່ງນາຍ.

        ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາສູງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນທີ່ກ່ຽວຂ້ອງ ໄດ້ມີຄວາມມານະພະຍາຍາມກະໂດດຂັ້ນ, ໃນເບື້ອງຕົ້ນໄດ້ຮັບປະກັນກໍ່ສ້າງໂຄງການຖືກຄວາມຄືບໜ້າ, ໃນນັ້ນມີລານບິນ ແລະ ເສັ້ນທາງຄົມມະນາຄົມເລກ 1 ກໍ່ສ້າງສຳເລັດ ມີເງື່ອນໄຂຢ່າງພຽງພໍດ້ານເຕັກນິກການບິນ ແລະ ອາຄານຜູ້ໂດຍສານໄດ້ບັນລຸກວ່າ 60% ມູນຄ່າສັນຍາ, ສ້າງສຳເລັດໂດຍພື້ນຖານກ່ອນວັນທີ 19 ທັນວາ 2025. ເມື່ອເນັ້ນໜັກເຖິງຄວາມສຳຄັນພິເສດຂອງໂຄງການ, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ:

        “ທ່າອາກາດສະຍານສາກົນ ລອງແທັງ ຕ້ອງໄດ້ກໍ່ສ້າງສຳເລດ, ເຄື່ອນໄຫວດ້ວຍຈິດໃຈບືນຕົວຂຶ້ນນຳໜ້າ, ເປັນແບບຢ່າງໃໝ່ກ່ຽວກັບພື້ນຖານໂຄງລ່າງທັນສະໄໝ, ຍືນຍົງ ແລະ ອັດສະລິຍະ. ເປົ້າໝາຍແມ່ນ ລອງແທັງ ກາຍເປັນຈຸດນັດພົບດ້ານການບິນທີ່ດຶງດູດໃຈແຖວໜ້າຢູ່ ອາຊີຕາເວັນອອກສ່ຽງໃຕ້, ທຽບເທົ່າກັບບັນດາສະໜາມບິນແຖວໜ້າຢູ່ພາກພື້ນ”.

        ເພື່ອແນໃສ່ບັນລຸໄດ້ເປົ້າໝາຍດັ່ງກ່າວ, ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ເຈົ້າຂອງລົງທຶນ ສົມທົບກັນສ້າງຊຸດມາດຕະຖານຕີລາຄາກຳລັງແກ່ງແຍ້ງສາກົນຂອງສະໜາມບິນ ລອງແທັງ, ໃນນັ້ນ, ເອົາໃຈໃສ່ເຖິງ 3 ປັດໃຈຕົ້ນຕໍ, ລວມມີ: ຄຸນນະພາບການບໍລິການ ແລະ ການປະພຶດຂອງຜູ້ໂດຍສານ; ສະມັດຕະພາບ ແລະ ປະສິດທິຜົນການຂຸດຄົ້ນ; ລະດັບການເຊື່ອມຕໍ່ ແລະ ຄວາມສາມາດເປັນກາງໃນເຄືອຂ່າຍການບິນພາກພື້ນ.


top