ຕອນຄໍ່າວັນທີ 20 ມິຖຸນາ, ທ່ານ Youri Latortue ປະທານສະພາສູງ ສາທາລະນະລັດ Haiti ເດີນທາງອອກຈາກ ຮ່າໂນ້ຍ, ຊຶ່ງໄດ້ສຳເລັດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ດ້ວຍໝາກຜົນອັນດີງາມ ຕາມຄຳເຊີນຂອງ ທ່ານ ນາງ ຫວຽນທິກີມເງິນ ປະທານສະພາແຫ່ງຊາດ ຫວຽດນາມ.
ທ່ານປະທານສະພາສູງ Haiti ແລະ ທ່ານປະທານປະເທດ ເຈີ່ນດ້າຍກວາງ
ໃນຂອບເຂດການຢ້ຽມຢາມ, ທ່ານປະທານສະພາສູງ Haiti ໄດ້ເຈລະຈາກັບ ທ່ານ ນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ຫວຽດນາມ; ເຂົ້າຢ້ຽມຄຳນັບ ທ່ານເລຂາທິດານໃຫຍ່ ຫງວຽນຟູຈ້ອງ, ທ່ານປະທານປະເທດ ເຈີນດາຍກວາງ ຕາມພິທີທາງການທູດ; ພົບປະກັບ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ; ເຂົ້າຮ່ວມກອງປະຊຸມຂອງສະພາແຫ່ງຊາດ ຫວຽດນາມ… ໃນບັນດາການພົບປະ, ສອງຝ່າຍເນັ້ນໜັກວ່າ, ນີ້ແມ່ນການເຄື່ອນໄຫວແລກປ່ຽນຄະນະຜູ້ແທນສອງຝ່າຍ ຄັ້ງທຳອິດລະຫວ່າງອົງການນິຕິບັນຍັດສອງປະເທດ, ຊຶ່ງເປັນບາດກ້າວລິເລີ່ມໃຫ້ການພົວພົນຮ່ວມມືມິດຕະພາບລະຫວ່າງສອງຝ່າຍ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງປະເທດ ເວົ້າລວມ. ສອງຝ່າຍສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຮ່ວມມືໃນທຸກເວທີປາໄສສາກົນ ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍທີ່ສອງປະເທດເປັນສະມາຊິກ. ສອງຝ່າຍເຕື້ອງເຖິງບັນດາບັນຫາສາກົນ ແລະ ພາກພື້ນຊຶ່ງພວມມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ. ສອງຝ່າຍເປັນເອກະພາບສ້າງຕັ້ງກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບສອງຝ່າຍໂດຍໄວ; ຊຸກຍູ້ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນອາວຸໂສ, ຄະນະກຳມະການ ແລະ ສະມາຊິກສະພາແຫ່ງຊາດ, ແລກປ່ຽນບົດຮຽນໃນການເຄື່ອນໄຫວຂອງສະພາແຫ່ງຊາດ, ຊຶ່ງເປັນພື້ນຖານພັດທະນາການພົວພັນໃຫ້ເລິກເຊິ່ງກວ້າງຂວາງ, ແທດຈິງ ແລະ ມີປະສິດທິຜົນໃນຫຼາຍຂົງເຂດ; ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນໃນບັນດາເວທີປາໃສສອງຝ່າຍຂອງສະພາແຫ່ງຊາດ.
(ແຫຼ່ງຄັດຈາກ VOV)