ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນໄດ້ວາງພວງມາລາ, ຈູດທູບໃຕ້ທຽນອາໄລຫາຄຸນງາມຄວາມດີຂອງປະທານ ໂຮ່ຈີມິນ ແລະ ລຸ້ນພໍ່ລຸ້ນອ້າຍ, ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ພໍ່ແມ່ພີ່ນ້ອງ, ມິດສະຫາຍທີ່ສະຫຼະຊີວິດເພື່ອຍາດເອົາເອກະລາດເສລີພາບມາໃຫ້ປະເທດຊາດ.
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ການນຳ ຫວຽດນາມ ເຂົ້າຮ່ວມພິທີອາໄລຫານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ ກົນດາວ
ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍ ກົນດາວ, ຕອນເຊົ້າວັນທີ 3 ພຶດສະພາ, ຢູ່ເມືອງ ກົນດາວ, ແຂວງ ບ່າເຣ້ຍ - ຫວູງເຕົ່າ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມພິທີອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອພາລະກິດປົດປ່ອຍຊາດ.
ຢູ່ວິຫານບູຊາ ກົນດາວ, ຕັ້ງຢູ່ເຂດສຸສານ ຮ່າງເຢືອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນໄດ້ວາງພວງມາລາ, ຈູດທູບໃຕ້ທຽນອາໄລຫາຄຸນງາມຄວາມດີຂອງປະທານ ໂຮ່ຈີມິນ ແລະ ລຸ້ນພໍ່ລຸ້ນອ້າຍ, ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ພໍ່ແມ່ພີ່ນ້ອງ, ມິດສະຫາຍທີ່ສະຫຼະຊີວິດເພື່ອຍາດເອົາເອກະລາດເສລີພາບມາໃຫ້ປະເທດຊາດ.
ຕອນເຊົ້າຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ທະຫານເຈັບປ່ວຍ, ອະດີດສະເລີຍເສິກ ແລະ ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ເມືອງ ກົນດາວ.