ທ່ານ Vyacheslav Volodin ເນັ້ນໜັກວ່າ ລັດເຊຍຍາມໃດກໍ່ຖືເປັນສຳຄັນການພົວພັນກັບ ຫວຽດນາມ ແລະ ຢັ້ງຢືນວ່າ ດູມາແຫ່ງຊາດ ແລະ ບັນດາກຳລັງການເມືອງຢູ່ດູມາ ສະໜັບສະໜູນການສືບຕໍ່ປັບປຸງ ແລະ ພັດທະນາ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມຢ່າງແຮງ; ສະໜັບສະໜູນການເພີ່ມທະວີການພົວພັນຮ່ວມມືລະຫວ່າງ ລັດເຊຍ ກັບ ຫວຽດນາມ.
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ພົບປະກັບທ່ານ Vyacheslav Volodin ປະທານສະພາ ດູມາແຫ່ງຊາດ (ສະພາຕ່ຳ)ສະຫະພັນລັດເຊຍ (ພາບ: VNA)
ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ສະຫະພັນ ລັດເຊຍ, ຕອນເຊົ້າວັນທີ 8 ກັນຍາ, ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງ ມົດສະກູ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ໄດ້ພົບປະກັບທ່ານ Vyacheslav Volodin ປະທານສະພາ ດູມາແຫ່ງຊາດ (ສະພາຕ່ຳ)ສະຫະພັນລັດເຊຍ .
ທີ່ການພົບປະ, ທ່ານ Vyacheslav Volodin ເນັ້ນໜັກວ່າ ລັດເຊຍຍາມໃດກໍ່ຖືເປັນສຳຄັນການພົວພັນກັບ ຫວຽດນາມ ແລະ ຢັ້ງຢືນວ່າ ດູມາແຫ່ງຊາດ ແລະ ບັນດາກຳລັງການເມືອງຢູ່ດູມາ ສະໜັບສະໜູນການສືບຕໍ່ປັບປຸງ ແລະ ພັດທະນາ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມຢ່າງແຮງ; ສະໜັບສະໜູນການເພີ່ມທະວີການພົວພັນຮ່ວມມືລະຫວ່າງ ລັດເຊຍ ກັບ ຫວຽດນາມ.
ສ່ວນທ່ານ ໂຕເລິມ ຢັ້ງຢືນວ່າຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດ ຮອບດ້ານກັບ ລັດເຊຍ, ຖືລັດເຊຍແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ; ສະເໜີສະພາແຫ່ງຊາດ ຫວຽດນາມ ແລະ ດູມາແຫ່ງຊາດລັດເຊຍ ຍູ້ແຮງການຮ່ວມມືລະຫວ່າງບັນດາກຳມາທິການວິຊາການ, ບັນດາກຸ່ມສະມາຊິກລັດຖະສະພາມິດຕະພາບ, ສະມາຊິກລັດຖະສະພາໜຸ່ມ ແລະ ສະມາຊິກລັດຖະສະພາຍິງ, ເພີ່ມທະວີການແລກປ່ຽນບົດຮຽນປະສົບດ້ານນິຕິບັນຍັດແລະ ຕິດຕາມກວດກາ, ຜ່ານນັ້ນປະກອບສ່ວນປັບປຸງພື້ນຖານດ້ານນິຕິກຳ ແລະ ການເມືອງໃຫ້ແກ່ການພົວພັນສອງຝ່າຍ.