ທີ່ງານລ້ຽງ, ທ່ານປະທານປະເທດ ເລືອງເກື່ອງ, ໄດ້ເນັ້ນໜັກວ່າ, ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ພວມຢູ່ໃນໄລຍະພັດທະນາຮຸ່ງເຮືອງທ່ີສຸດ ພາຍຫຼັງກວ່າ 1 ທົດສະວັດແຫ່ງການສ້າງຕັ້ງການພົວພັນທາງການທູດ
(ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ເປັນປະທານງານລ້ຽງຕ້ອນຮັບ ທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕາລີ)
ຕອນຄ່ຳວັນທີ 10 ກັນຍາ, ຢູ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ ໄດ້ເປັນປະທານງານລ້ຽງຕ້ອນຮັບ ທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕາລີ ແລະ ສາມີ ຢ່າງສົມກຽດ, ເຊິ່ງພວມມີການຢ້ຽມຢາມ ຫວຽດນາມ ທາງລັດຖະກິດ, ແຕ່ວັນທີ 09 – 12 ກັນຍາ.
ທີ່ງານລ້ຽງ, ທ່ານປະທານປະເທດ ເລືອງເກື່ອງ, ໄດ້ເນັ້ນໜັກວ່າ, ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ພວມຢູ່ໃນໄລຍະພັດທະນາຮຸ່ງເຮືອງທ່ີສຸດ ພາຍຫຼັງກວ່າ 1 ທົດສະວັດແຫ່ງການສ້າງຕັ້ງການພົວພັນທາງການທູດ; ທ່ານເຊື່ອໝັ້ນວ່າ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອົດສະຕາລີ ຈະສືບຕໍ່ພັດທະນາໃຫ້ຂຶ້ນສູ່ລະດັບສູງໃໝ່, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ 2 ປະເທດ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ໃນບົດກ່າວຕອບຄືນ, ທ່ານນາງ Sam Mostyn ຖືວ່າ, ເລື່ອງ 2 ປະເທດຍົກລະດັບການພົວພັນດ້ານການທູດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແມ່ນຂີດໝາຍປະຫວັດສາດ, ສ່ອງແສງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດຢ່າງເລິກເຊິ່ງ ແລະ ຄວາມຄາດຫວັງລວມຂອງ 2 ຊາດ, ມຸ່ງໄປເຖິງເລື່ອງພ້ອມກັນຮ່ວມມືເພື່ອສ້າງອະນາຄົດທີ່ດີງາມກວ່າໃຫ້ທັງ 2 ປະເທດ.
(ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕາລີ)
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 10 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ກໍ່ໄດ້ດຳເນີນການພົບປະສົນທະນາກັບ ທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕາລີ. ຢູ່ທີ່ນີ້, ການນຳ 2 ທ່ານໄດ້ເຫັນດີສືບຕໍ່ເພີ່ມທະວີເສົາຄ້ຳການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ໃຫ້ນັບມື້ນັບມີຄວາມໄວ້ເນື້ອເຊື່ອໃຈ ແລະ ມີລະດັບຍຸດທະສາດ, ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ການຮ່ວມມືພັດທະນາ, ການສຶກສາ - ບຳລຸງສ້າງ ແລະ ວິທະຍາສາດ - ເຕັກໂນໂລຊີ; ຮ່ວມມືດ້ານວັດທະນະທຳ ແລະ ການພົບປະແລກປ່ຽນປະຊາຊົນລະຫວ່າງ 2 ປະເທດໃຫ້ຫຼາຍກວ່າອີກ.
ສ່ວນທ່ານນາງ Sam Mostyn ແບ່ງປັນວ່າ, ອົດສະຕາລີ ປາດຖະໜາຢາກເພີ່ມທະວີບັນດາໂອກາດລົງທຶນເຂົ້າ ຫວຽດນາມ ຜ່ານຫ້ອງການສົ່ງເສີມການລົງທຶນທີ່ໄດ້ສ້າງຂຶ້ນຢູ່ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ; ເຫັນດີເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ; ທ່ານນາງປາດຖະໜາຢາກເຮັດໃຫ້ການພົວພັນດ້ານປ້ອງກັນຊາດລະຫວ່າງ 2 ປະເທດເລິກເຊິ່ງຂຶ້ນຕື່ມ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ.