ຂ່າວສານ

ທ່ານ ເລມິງຮືງ, ນາຍົກລັດຖະມົນຕີ: ອາຊຽນ+3 ຕ້ອງຍູ້ແຮງການເຊື່ອມຕໍ່ເສດຖະກິດ ແລະ ການຄ້າ

ຕອນ​ເຊົ້າ​ວັນ​ທີ 17 ພະ​ຈິກ​, ຢູ່ ມາ​ນີ​ລາ​, ປະ​ເທດ ຟີ​ລິບ​ປິນ​, ໃນ​ຂອບ​ເຂດ ກອງ​ປະ​ຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 49 ແລະ ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ສູງ ກ່ຽວ​ຂ້ອງ​, ທ່ານ ເລ​ມິງ​ຮືງ​, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ພ້ອມ​ກັບ​ການ​ນຳ​ບັນ​ດາ​ປະ​ເທດ ອາ​ຊຽນ​, ຈີນ​, ຍີ່​ປຸ່ນ ແລະ ສ ເກົາ​ຫຼີ​, ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ ອາ​ຊຽນ +3 ຄັ້ງ​ທີ 29.
  ທ່ານ ເລ​ມິງ​ຮືງ​, ນາ​ຍົກ​ລັດ​ຖະ​ມົນ​ຕີ​ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ ອາ​ຊຽນ +3 ຄັ້ງ​ທີ 29 (ພາບ: VNA)  

ທີ່​ກອງ​ປະ​ຊຸມ​, ທ່ານ ເລ​ມິງ​ຮືງ ສະ​ເໜີ​ໃຫ້ ອາ​ຊຽນ +3 ຕ້ອງ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ສຸມ​ໃສ່​ຮ່ວມ​ມື ແລະ ສົມ​ທົບກັນ​, ພ້ອມ​ທັງ​ເປັນ​ເຈົ້າ​ການກວ່າ ໃນ​ການ​ສະ​ກັດ​ກັ້ນ ແລະ ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃໝ່​. ເພື່ອ​ຍົກ​ສູງ​​ຄວາມ​ສາ​ມາດ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ສະ​ກັດ​ກັ້ນ​ຄວາມ​ສ່ຽງ ຂອງ​ພາກ​ພື້ນ​, ທ່ານ ເລ​ມິງ​ຮືງ​, ນາ​ຍົກ​ລັດ​ຖະ​ມົນ​ຕີ​, ສະ​ເໜີ​ວ່າ​:

“​ພວກ​ເຮົາ​ຄວນ​ຍູ້​ແຮງ​ການ​ເຊື່ອມ​ຕໍ່​ເສດ​ຖະ​ກິດ ແລະ ການ​ຄ້າ​, ໝູນ​ໃຊ້​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສລີ (FTA) ອາ​ຊຽນ​+1 ແລະ ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ພາກ​ພື້ນ (RCEP) ໃຫ້​ດີ​ທີ​ສຸດ​; ປັບ​ປຸງ​ການ​ສົມ​ທົບ​ກັນ​ໃນ​ຂົງ​ເຂດ​ບຸ​ລິ​ມະ​ສິດ​ຄື​: ການ​ເງິນ​, ພະ​ລັງ​ງານ​, ທັນ​ຍາ​ຫານ ແລະ logistics. ພິ​ເສດ​, ຄວນ​ຄົ້ນ​ຄ້ວາ​ບັນ​ດາ​ຂັ້ນ​ຕອນ​ສົມ​ທົບ​ກັນ​ໃນ​ການ​ຕິດ​ຕາມ​ກວດ​ກາ ແລະ ແບ່ງ​ປັນ​ຂໍ້​ມູນ​, ກາວເຕືອນ​ໄວ ແລະ ໃຫ້​ຄຳ​ປຶກ​ສາ​ທັນ​ການ ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ແຫຼ່ງ​ສະ​ໜອງ ໃນ​ໄລ​ຍະ​ເວລາ​ຖືກ​ຂາດ​ຕິດ​ຂາດ​ຕອນ​. ຄຽງ​ຄູ່​ກັບ​ກອງ​ທຶນ​ສະ​ສົມ​ເຂົ້າ​ສານ​ດ່ວນ​, ກໍ່​ຄວນ​ເປີດ​ກ້ວາງ​ການ​ຮ່ວມ​ມື​ກ່ຽວ​ກັບ​ບັນ​ດາ​ປະ​ເພດ​ສິນ​ຄ້າ​ຈຳ​ເປັນ ອື່ນໆ ແລະ ສົມ​ທົບກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານພະ​ລັງ​ງານ​”.

ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ສ້າງ​ວິ​ໄສ​ທັດ​ໃໝ່ ໃຫ້​ແກ່​ການ​ຮ່ວມ​ມື ອາ​ຊຽນ +3 ໃນ​ໄລ​ຍະ​ໃໝ່​, ຕິດ​ພັນ​ກັບ​ວິ​ໄສ​ທັດ ປະ​ຊາ​ຄົມ ອາ​ຊຽນ 2045 ແລະ ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ​ໃຫ້​ດີກ​ວ່າ​. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ່​ເນັ້ນ​ໜັກ​ບັນ​ດາ​ປະ​ເທດ​ຕ້ອງ​ຢຶດ​ໝັ້ນ​ເຈລະ​ຈາ​, ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ແກ້​ໄຂ​ຄວາມ​ແຕກ​ຕ່າງ​ກັນ​ໂດຍ​ສັນ​ຕິ​ວີ​ທິ​, ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ​, ໃນ​ນັ້ນ ມີ​ກົດ​ບັດ ສປຊ, ສົນ​ທິ​ສັນ​ຍາ​ຂອງ ສປຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982.

ສິ້ນ​ສຸດ​ກອງ​ປະ​ຊຸມ​, ບັນ​ດາ​ການ​ນຳ​ໄດ້​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ຄ້າ​ການ ເດີນ​ເຮືອ ແລະ ການເຊື່ອມ​ຕໍ່ logistics ແລະ ຖະ​ແຫຼງ​​ກ່ຽວ​ກັບ​ການເພີ່ມ​ທະ​ວີ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ ຕົນ​ເອງ,​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ ແລະ ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ ຕໍ່​ໜ້າ​ການ​ຜັນ​ແປ​ຈາກ​ພາຍ​ນອກ ແລະ ການ​ຂາດ​ຕິດ​ຂາດ​ຕອນ​ລະ​ບົບ​ຕ່ອງ​ໂສ້ການ​ສະ​ໜອງ​.


top