ຂ່າວສານ

ທ່ານ ເລຂາທີການໃຫຍ່ ໂຕເລິມ ແລະ ພັນລະຍາ ສິ້ນສຸດ ການຢ້ຽມຢາມທາງການ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜື່ອ ຢ່າງຈົບງາມ

ຂີດໝາຍອັນໂດດເດັ່ນຂອງການຢ້ຽມຢາມຄັ້ງນີ້ແມ່ນເລື່ອງ ຫວຽດນາມ ແລະ ອັງກິດ ເຫັນດີເປັນເອກກະພາບ ສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສາຍພົວພັນຂັ້ນສູງສູດໃນລະບົບຂອບເຂດຄູ່ຮ່ວມມືຂອງຫວຽດນາມ.
ທ່ານ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂຕເລິມ ແລະ ທ່ານ ນາຍົກລັດຖະມົນຕີ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ Keir starmer

ຕ້ອນເຊົ້າວັນທີ 31 ຕຸລາ ເຮືອບິນຖ້ຽວພິເສດໄດ້ພາ ທ່ານ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຮອດນະຄອນຫຼວງ ຮ່າໂນ້ຍ, ສິ້ນສຸດ ການຢ້ຽມຢາມທາງການ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ແຕ່ວັນທີ 28-30 ຕຸລາ ຕາມການເຊີນຂອງ ທ່ານ ນາຍົກລັດຖະມົນຕີ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ເຄຍ ສະຕາເມີ (Keir starmer)ຢ່າງຈົບງາມ.

ຂີດໝາຍອັນໂດດເດັ່ນຂອງການຢ້ຽມຢາມຄັ້ງນີ້ແມ່ນເລື່ອງ ຫວຽດນາມ ແລະ ອັງກິດ ເຫັນດີເປັນເອກກະພາບ ສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສາຍພົວພັນຂັ້ນສູງສູດໃນລະບົບຂອບເຂດຄູ່ຮ່ວມມືຂອງຫວຽດນາມ. ການຢ້ຽມຢາມຢ່າງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ເປັນທາງການຂອງ ທ່ານ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງຫວຽດນາມ ໃນຄັ້ງນີ້ແມ່ນດຳເນີນກົງກັບໂອກາດວັນຄົບຮອບ 15 ປີ ແຫ່ງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ (2010-2025), ນັ້ນແມ່ນຂີດໝາຍອັນສໍາຄັນ ເພື່ອສອງປະເທດພ້ອມກັນທົບທວນຄືນເສັ້ນທາງການຮ່ວມມືທີ່ຜ່ານມາ, ຕີລາຄາບັນດາຜົນສຳເລັດທີ່ໂດດເດັ່ນ, ພ້ອມກັບການວາງອອກວິໄສທັດ ແລະ ກຳນົດທິດພັດທະນາໃໝ່ໃຫ້ສາຍພົວພັນສອງຝ່າຍໃນໄລຍະຕໍ່ໄປ.


top