ຂ່າວສານ

ທ່ານ ເຈິ່ນແທັງເໝີນ, ປະທານສະພາແຫ່ງຊາດ ຫວຽດນາມ ໄປຮອດ ມານີລາ, ຟິລິບປິນ, ເຂົ້າຮ່ວມ AIPA – 47

ຕອນ​ເຊົ້າ​ວັນ​ທີ 17 ພະ​ຈິກ​, ທ່ານ ເຈິ່ນ​ແທັງ​ເໝີນ​, ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄປ​ຮອດ​ສະ​ໜາມ​ບິນ​ສາ​ກົນ Ninoy Aquino, ນະ​ຄອນ​ຫຼວງ ມາ​ນີ​ລາ​, ເລີ່ມ​ຕົ້ນ​ການ​ໄປ​ປະ​ຕິ​ບັດ​ງານ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ໃຫຍ່ ລະ​ຫວ່າງ ລັດ​ຖະ​ສະ​ພາ ບັນ​ດາ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 47 (AIPA – 47) ຢູ່​ຟີ​ລິບ​ປິນ​, ແຕ່​ວັນ​ທີ 17 – 18 ພະ​ຈິກ​.
  ທ່ານ ເຈີ່ນແທັງເໝີນ, ປະທານສະພາແຫ່ງຊາດ ໄປຮອດນະຄອນຫຼວງ ມານີລາ, ປະເທດ ຟິລິບປິນ (ພາບ: VNA)  

​ຕ້ອນ​ຮັບ​ທ່ານ ເຈິ່ນ​ແທັງ​ເໝີນ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຢູ່ ສະ​ໜາມ​ບິນ ມີ ຜູ້​ຕາງ​ໜ້າຄະ​ນະ​ຈັດ​ຕັ້ງ​ອົງ​ການ AIPA. ສ່ວນ​ຝ່າຍ ຫວຽດ​ນາມ ມີ​ທ່ານ ລ້າຍ​ທ໋າຍ​ບິ່ງ​, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຟິ​ລິບ​ປິນ​; ພະ​ນັກ​ງານ​, ລັດ​ຖະ​ກອນ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຟິ​ລິບ​ປິນ​.

​ຄາດ​ວ່າ​, ໃນ​ການ​ໄປ​ປະ​ຕິ​ບັດ​ງານ​ຄັ້ງ​ນີ້​, ທ່ານ ເຈິ່ນ​ແທັງ​ເໝີນ ຈະ​ເຂົ້າ​ຮ່ວມ​ພິ​ທີ​ໄຂ ກອງ​ປະ​ຊຸມ​ໃຫຍ່ AIPA – 47 ແລະ ມີ​ບົດ​ຄຳ​ເຫັນ​ສຳ​ຄັນ​ທີ່​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 1; ເຂົ້າ​ຮ່ວມ​, ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ​ງານ AIPA ; ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ພ້ອມ​ກັບ​ຫົວ​ໜ້າ​ຄະ​ນະ​ລັດ​ຖະ​ສະ​ພາ ສະ​ມາ​ຊິກ AIPA ເຂົ້າ​ຢ້ຽມ​ຂຳ​່​ນັບ ປະ​ທານ​ສະ​ພາ​ຕຳ​່ ຟີ​ລິບ​ປິນ (ປະ​ທານ AIPA – 47); ພົບ​ປະ​ສອງ​ຝ່າຍ​ກັບ​ຫົວ​ໜ້າ​ລັດ​ຖະ​ສະ​ພາ​ປະ​ເທດ​ຕ່າງໆ​.


top