ນະທີ່ນີ້, ທ່ານ ເຈິ່ນກວກເວື້ອງ ໄດ້ແຈ້ງໃຫ້ຊາບ ສະພາບການຫວຽດນາມໂດຍສັງເຂບໃນໄລຍະມໍ່ໆມານີ້ ແລະໝາກຜົນຂອງການເຈລະຈາລະຫວ່າງຄະນະຜູ້ແທນຂັ້ນສູງ ຫວຽດນາມ - ລາວ. ພ້ອມທັງປາດຖະໜາວ່າ ສະພາແຫ່ງຊາດສອງປະເທດ ກໍຄືບັນດາຄະນະກໍາມະການຂອງສະພາແຫ່ງຊາດ ເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນນໍາກັນ; ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສສາກົນ, ພາກພື້ນ, ກໍຄືບັນດາກົນໄກການຮ່ວມມືອະນຸພາກພື້ນ,ເພີ່ມທະວີນໍ້າໃຈສາມັກຄີ, ເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ ແລະ ສຽງເວົ້າລວມຂອງ ອາຊຽນໃນບັນດາບັນຫາຍຸດທະສາດຂອງພາກພື້ນ. ທ່ານ ເຈິ່ນກວກເວື້ອງ ກໍສະເໜີໃຫ້ທ່ານນາງ ປານີ ຢາທໍ່ຕູ້ ສືບຕໍ່ເອົາໃຈໃສ່, ຊີ້ນໍາສະພາແຫ່ງຊາດລາວ ພິຈາລະນາ ແລະສະໜັບສະໜູນບັນດາການປ່ຽນແປງ, ເພີ່ມເຕີມເນື້ອໃນທີ່ຈໍາເປັນກ່ຽວກັບກົນໄກ, ນະໂຍບາຍ ແລະ ນິຕິກໍາ ເພື່ອຍູ້ແຮງການຮ່ວມມືໃນດ້ານການຄ້າ, ການລົງທຶນລະຫວ່າງສອງປະເທດ.
ໃນໄລຍະຢ້ຽມຢາມຢູ່ລາວ, ທ່ານ ເຈິ່ນກວກເວື້ອງ ກໍ່ໄດ້ໄປຢ້ຽມຢາມ ທ່ານ ຈູມມະລີ ໄຊຍະສອນ ອະດີດເລຂາທິການໃຫຍ່, ອະດີປະທານປະເທດ ລາວ; ຢ້ຽມຢາມ ແລະ ເຮັດວຽກກັບພະນັກງານສະຖານທູດຫວຽດນາມ ປະຈໍາ ລາວ; ຢ້ຽມຢາມ ກິດຈະກໍາກໍ່ສ້າງ ຫໍສະພາແຫ່ງຊາດລາວ ແລະ ທະນາຄານ ການຄ້າຕ່າງປະເທດ ຫວຽດນາມ ຈໍາກັດ ປະຈໍາ ລາວ.
(ແຫຼ່ງຄັດຈາກ VOV)