ຂ່າວສານ ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່,ປະທານປະເທດ ຫວຽດນາມ ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ 11/02/2021 ເນື່ອງໃນໂອກາດບຸນປີໃຫມ່ປະຈຳຊາດ ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ປາດຖະຫນາຢາກໃຫ້ພະນັກງານ, ພາລະກອນ ຕ້ອນຮັບປີໃຫມ່ຢ່າງເບີກບານມ່ວນຊື່ນ ສ້າງຜົນງານຫລາຍກວ່າປີກາຍ. ທ່ານຫງວຽນຝູຈ້ອງ ເລຂາທິການໃຫຍ່,ປະທານປະເທດຫວຽດນາມ ຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ. ພາບ:vietnam+ ຕອນເຊົ້າວັນທີ 10 ກຸມພາ ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໄປຖະຫວາຍທູບທຽນ ອາໄລຫາປະທານໂຮ່ຈີມິນ ຢູ່ເຂດປູຊະນີຍະສະຖານປະທານໂຮ່ຈີມິນ ທີ່ທຳນຽບປະທານປະເທດ. ນະທີ່ນີ້ ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຊົມເຊີຍ ໝູ່ຄະນະພະນັກງານ ພາລະກອນ ເຂດປູຊະນີຍະສະຖານ ຍາມໃດກໍ່ມານະພະຍາຍາມສຳເລັດຫນ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ, ຄົ້ນຄ້ວາ ຮັກສາວັດຖຸພັນ ເອກະສານກ່ຽວກັບປະທານໂຮ່ຈີມິນເປັນຢ່າງດີ. ເນື່ອງໃນໂອກາດບຸນປີໃຫມ່ປະຈຳຊາດ ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ປາດຖະຫນາຢາກໃຫ້ພະນັກງານ, ພາລະກອນ ຕ້ອນຮັບປີໃຫມ່ຢ່າງເບີກບານມ່ວນຊື່ນ ສ້າງຜົນງານຫລາຍກວ່າປີກາຍ, ສືບຕໍ່ຮ່ຳຮຽນ ປະຕິບັດຕາມແບບຢ່າງຂອງປະທານໂຮ່ຈີມິນ ພ້ອມທັງແນະນຳ ເຜີຍແຜ່ຊີວິດ ພາລະກິດຂອງປະທານໂຮ່ຈີມິນ ເຖິງພໍ່ແມ່ພີ່ນ້ອງ ນັກຮົບໃນທົ່ວປະເທດ ແລະນັກທ່ອງທ່ຽວສາກົນເມື່ອມາຢ້ຽມຢາມເຂດນີ້. (ແຫຼ່ງຄັດຈາກ VOV)

ເນື່ອງໃນໂອກາດບຸນປີໃຫມ່ປະຈຳຊາດ ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ປາດຖະຫນາຢາກໃຫ້ພະນັກງານ, ພາລະກອນ ຕ້ອນຮັບປີໃຫມ່ຢ່າງເບີກບານມ່ວນຊື່ນ ສ້າງຜົນງານຫລາຍກວ່າປີກາຍ. ທ່ານຫງວຽນຝູຈ້ອງ ເລຂາທິການໃຫຍ່,ປະທານປະເທດຫວຽດນາມ ຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ. ພາບ:vietnam+ ຕອນເຊົ້າວັນທີ 10 ກຸມພາ ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໄປຖະຫວາຍທູບທຽນ ອາໄລຫາປະທານໂຮ່ຈີມິນ ຢູ່ເຂດປູຊະນີຍະສະຖານປະທານໂຮ່ຈີມິນ ທີ່ທຳນຽບປະທານປະເທດ. ນະທີ່ນີ້ ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຊົມເຊີຍ ໝູ່ຄະນະພະນັກງານ ພາລະກອນ ເຂດປູຊະນີຍະສະຖານ ຍາມໃດກໍ່ມານະພະຍາຍາມສຳເລັດຫນ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ, ຄົ້ນຄ້ວາ ຮັກສາວັດຖຸພັນ ເອກະສານກ່ຽວກັບປະທານໂຮ່ຈີມິນເປັນຢ່າງດີ. ເນື່ອງໃນໂອກາດບຸນປີໃຫມ່ປະຈຳຊາດ ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ປາດຖະຫນາຢາກໃຫ້ພະນັກງານ, ພາລະກອນ ຕ້ອນຮັບປີໃຫມ່ຢ່າງເບີກບານມ່ວນຊື່ນ ສ້າງຜົນງານຫລາຍກວ່າປີກາຍ, ສືບຕໍ່ຮ່ຳຮຽນ ປະຕິບັດຕາມແບບຢ່າງຂອງປະທານໂຮ່ຈີມິນ ພ້ອມທັງແນະນຳ ເຜີຍແຜ່ຊີວິດ ພາລະກິດຂອງປະທານໂຮ່ຈີມິນ ເຖິງພໍ່ແມ່ພີ່ນ້ອງ ນັກຮົບໃນທົ່ວປະເທດ ແລະນັກທ່ອງທ່ຽວສາກົນເມື່ອມາຢ້ຽມຢາມເຂດນີ້. (ແຫຼ່ງຄັດຈາກ VOV)