ຕອນບ່າຍວັນທີ 13 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງກັບເມືອປະເທດ ສິ້ນສຸດການຢ້ຽມຢາມ ຊູແອດ ຢ່າງຈົບງາມ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຊູແອດ Ulf Kristersson.
ພະນັກງານ, ລັດຖະກອນສະຖານທູດ ແລະ ຊາວຫວຽດນາມ ອາໄສຢູ່ ຊູແອດມາສົ່ງ, ອຳລາ ທ່ານນາຍົກລັດຖະມົນຕີ ແລະ ພັນລະຍາ ກັບເມືອປະເທດ
ທີ່ການພົບປະ, ໂອ້ລົມສົມທະນາກັບບັນດາການນຳຂັ້ນສູງຂອງ ຊູແອດ, ທີ່ເວທີປາໄສວິສາຫະກິດ ຫວຽດນາມ - ຊູແອດ, ຢູ່ບັນດາມະຫາວິທະຍາໄລທີ່ມີຊື່ສຽງຂອງ ຊູແອດ ແລະ ທີ່ການພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຊູແອດ.. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ລ້ວນແຕ່ຖືວ່າ ການພົວພັນ ລະຫວ່າງ ຫວຽດນາມ ແລະ ຊູແອດ ໃນໄລຍະຈະມາເຖິງແມ່ນຢືນຢູ່ຕໍ່ຫນ້າໂອກາດປະຫວັດສາດເພື່ອບືນຂຶ້ນ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ສອງປະເທດ ຄວນສ້າງບຸກທະລຸໃນການພົວພັນດ້ານການເມືອງ, ການທູດໃຫ້ຫລາຍກວ່າ, ແລກປ່ຽນການຮ່ວມມືຫລາຍກວ່າ, ສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ.
ຜ່ານການຢ້ຽມຢາມຄັ້ງນີ້, ຫວຽດນາມ ແລະ ຊູແອດ ໄດ້ກາຍເປັນຄູ່ຮ່ວມມືຍຸດທະສາດຂະແຫນງໃນຂົງເຂດວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ.