ຕອນຄ່ຳວັນທີ 18 ພຶດສະພາ, ຢູ່ສະໜາມຫຼວງ ລອງຮຶງ (ນະຄອນ ດົ່ງນາຍ), ໄດ້ດຳເນີນພິທີປະກາດມະຕິຂອງສະພາແຫ່ງຊາດກ່ຽວກັບການສ້າງຕັ້ງນະຄອນ ດົ່ງນາຍ ແລະປະດັບຫຼຽນໄຊແຮງງານຊັ້ນໜຶ່ງ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ມອບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ແກ່ນະຄອນ ດົ່ງນາຍ (ພາບ: ຄະນະຈັດຕັ້ງ)
ຕາມມະຕິຂອງສະພາແຫ່ງຊາດ, ນະຄອນ ດົ່ງນາຍ ໄດ້ຮັບການສ້າງຕັ້ງຢ່າງເປັນທາງການແຕ່ວັນທີ 30 ເມສາ 2026. ນະຄອນ ດົ່ງນາຍ ຕິດກັບນະຄອນ ໂຮ່ຈີມິນ, ແຂວງ ເລິມດົ່ງ, ແຂວງ ເຕີຍນິງ ແລະ ລາຊະອານາຈັກ ກຳປູເຈຍ. ນະຄອນ ດົ່ງນາຍ ມີເນື້ອທີ່ທຳມະຊາດກວ້າງກວ່າ 12.700 km2, ປະຊາກອນມີເກືອບ 5 ລ້ານຄົນ, ມີ 95 ຫົວໜ່ວຍບໍລິຫານຂັ້ນຕາແສງ… ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ເນັ້ນໜັກວ່າ ການສ້າງຕັ້ງນະຄອນ ດົ່ງນາຍ ຂຶ້ນກັບສູນກາງ ແມ່ນຂີດໝາຍໃຫຍ່, ເປີດໄລຍະທາງໃໝ່:
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)
“ສ້າງ ດົ່ງນາຍໃຫ້ເປັນນະຄອນຂຶ້ນກັບສູນກາງ. ນັບແຕ່ມື້ນີ້ເປັນຕົ້ນໄປ, ດົ່ງນາຍ ຕ້ອງ ພັດທະນາຕາມມາດຕະຖານສູງກວ່າ, ບືນຕົວຂຶ້ນເປັນຕົວເມືອງທີ່ມີກຳລັງຂັບເຄື່ອນ, ມີຄວາມສາມາດແກ້ງແຍ້ງສູງ, ມີກຳລັງແຜ່ກະຈາຍຢ່າງແຮງໃນເຂດຕາເວັນອອກພາກໃຕ້ ແລະ ທົ່ວປະເທດ. ສູ້ຊົນເພື່ອໃຫ້ ດົ່ງນາຍ ມີຊື່ໃນບັນດາຕາຕະລາງຈັດອັນດັບ ນະຄອນທີ່ໜ້າດຳລົງຊີວິດ ແລະ startup ຂອງ ອາຊີ ແລະ ໂລກ ຄື ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ໄດ້ນຳໜ້າ. ເພື່ອມຸ່ງໄປເຖິງວິໄສທັດນັ້ນ, ພະນັກງານ, ສະມາຊິກພັກ, ປະຊາຊົນແຕ່ລະຄົນ, ວິສາຫະກິແຕ່ລະແຫ່ງຕ້ອງຮ່ວມແຮງຮ່ວມໃຈເຮັດໃຫ້ນະຄອນ ພັດທະນາກວ່າ, ມີສີວິໄລກວ່າ, ປອດໃສ - ສີຂຽວ - ສະອາດ - ສວຍງາມ, ເປັນໜ້າດຳລົງຊີວິດກວ່າ ແລະ ປະກອບສ່ວນໃຫ້ແກ່ປະເທດຊາດຫຼາຍກວ່າອີກ.”