ຂ່າວສານ

ທ່ານ​ເລ​ມິ​ນ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ: ຫວຽດ​ນາມ ຍາມ​ໃດ​ກໍ່​ສະ​ຫງວນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃຫ້​ກາ​ນ​ພົວ​ພັນ​ກັບ ລາວ

ສອງ​ຝ່າຍ​ປະ​ສານ​ສົມ​ທົບກັນ​ຍູ້​ໄວ​ຄວາມ​ຄືບ​ໜ້າ​ບັນ​ດາ​ໂຄງ​ການ​ເຊື່ອມ​ຕໍ່​ທາງ​ດ້ານ​ຄົມ​ມະ​ນາ​ຄົມ ຄື: ເສັ້ນ​ທາງ​ບົກ​ຄວາມ​ໄວ​ສູງ ຮ່າ​ໂນ້ຍ - ວຽງ​ຈັນ, ໂຄງ​ການ​ເສັ້​ນ​ທາງ​ລົດ​ໄຟ ວຽງ​ຈັນ - ຫວູງ​ອ້າງ, ບັນ​ດາ​ໂຄງ​ການ​ເຊື່ອມ​ຕໍ່​ພະ​ລັງ​ງານ, ຜັ​ນ​ຂະ​ຫຍາຍ​ໂຄງ​ການ​ມະ​ຫາ​ວິ​ທະ​ຍາ​ໄລ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ​ໂດຍ​ໄວ.
  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ຕ້ອ​ນ​ຮັບ​ທ່ານ ວິ​ໄລ ຫຼ້າ​ຄຳ​ຟອງ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ​ປະ​ຊາ​ຊົນ ​ປະ​ຕິ​ວັດ ລາວ (ພາບ: VNA)  

ຕອນ​ບ່າຍ​ວັນ​ທີ 14 ຕຸ​ລາ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອ​ນ​ຮັບ​ທ່ານ ວິ​ໄລ ຫຼ້າ​ຄຳ​ຟອງ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ​ປະ​ຊາ​ຊົນ ​ປະ​ຕິ​ວັດ ລາວ ພວມ​ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາ​ງ​ການ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ໄດ້​ຢັ້ງ​ຢືນ ຫວຽດ​ນາມ ຍາມ​ໃດ​ກໍ່​ສະ​ຫງວນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃຫ້​ແກ່​ການ​ພົວ​ພັນ ກັບ ລາວ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ​ສອງ​ຝ່າຍ​ສຸມ​ໃສ່​ຍົກ​ສູງ​ປ​ະ​ສິດ​ທິ​ຜົນ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ; ຜັນ​ຂະ​ຫຍາຍ​ຍຸດ​ທະ​ສາດ​ການຮ່ວມ​ມື ຫວຽດ​ນາມ - ລາວ ໄລ​ຍະ 2021 – 2030 ຢ່າງ​ມີ​ປະ​ສິດ​ທິ​ຜົນ, ສົນ​ທິສັນ​ຍາວ່າ​ດ້ວຍ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ລັດ​ຖະ​ບານ ໄລ​ຍະ 2026 – 2030 ແລະ ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້; ເພີ່ມ​ທະ​ວີ​ການ​ປຶກ​ສາ​ຫາ​ລື, ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ. ສອງ​ຝ່າຍ​ປະ​ສານ​ສົມ​ທົບກັນ​ຍູ້​ໄວ​ຄວາມ​ຄືບ​ໜ້າ​ບັນ​ດາ​ໂຄງ​ການ​ເຊື່ອມ​ຕໍ່​ທາງ​ດ້ານ​ຄົມ​ມະ​ນາ​ຄົມ ຄື: ເສັ້ນ​ທາງ​ບົກ​ຄວາມ​ໄວ​ສູງ ຮ່າ​ໂນ້ຍ - ວຽງ​ຈັນ, ໂຄງ​ການ​ເສັ້​ນ​ທາງ​ລົດ​ໄຟ ວຽງ​ຈັນ - ຫວູງ​ອ້າງ, ບັນ​ດາ​ໂຄງ​ການ​ເຊື່ອມ​ຕໍ່​ພະ​ລັງ​ງານ, ຜັ​ນ​ຂະ​ຫຍາຍ​ໂຄງ​ການ​ມະ​ຫາ​ວິ​ທະ​ຍາ​ໄລ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ​ໂດຍ​ໄວ; ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ສຶກ​ສາ - ບຳ​ລຸງ​ສ້າງ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ, ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ ແລະ ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ; ສືບ​ຕໍ່​ປະ​ສານ​ສົມ​ທົບ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ສາ​ກົນ; ເປັນ​ຕົ້ນ​ແມ່ນ ອາ​ຊຽນ, ສ​ປ​ຊ ແລະ ບັນ​ດາ​ກົນ​ໄກ​ຮ່ວມ​​ມືເຂດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ.

ສ່ວນ​ທ່ານ ວິ​ໄລ ຫຼ້າ​ຄຳ​ຟອງ ເນັ້ນ​ໜັກ​ເຖິງ​ຄວາ​ມ​ຕັດ​ສິນ​ໃຈ​ພ້ອມ​ກັບ ຫວຽດ​ນາມ​ປົກ​ປັກ​ຮັກ​ສາ, ເພີ່ມ​ພູນ​ຄູນ​ສ້າງ ແລະ ເສີ​ມ​ຂະ​ຫຍາຍ​ການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ, ຫຸ້ນ​ສ່ວນ​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ, ຖື​ນີ້​ແມ່ນ​ຊັບ​ສິນ​ອັນ​ລ້ຳ​ຄ່າ ແລະ ພື້ນ​ຖານ​ສຳ​ຄັນ​ໃຫ້​ສະ​ຖຽນ​ລະ​ພາບ, ການ​ພັດ​ທະ​ນາ​ຂອງ​ແຕ່​ລ​ະ​ປະ​ເທດ.


top