ໃນຊຸມປີຜ່ານມາ, ກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ, ກະຊວງການຕ່າງປະເທດ ໄດ້ປະຕິບັດບົດບາດໜ້າທີ່ເປັນຢ່າງດີ, ເປັນຕົ້ນແມ່ນໃນການປະຕິບັດຂໍ້ກຳນົດການປະສານສົມທົບໃນວຽກງານຄົ້ນຄ້ວາ, ຕີລາຄາສະພາບການ, ເປັນເສນາທິການຕໍ່ພັກ, ລັດ, ປະກາດໃຊ້ຫຼາຍແຜນນະໂຍບາຍ, ນະໂຍບາຍຊີ້ຂາດຍຸດທະສາດ.
ທ່ານພົນເອກ ຟານວັນຢາງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກ່າວຄຳເຫັນ ທີ່ການພົບປະ (ພາບ: VNA)
ເນື່ອງໃນໂອກາດສະເຫຼີມສະຫຼອງ 81 ປີແຫ່ງວັນມູນເຊື້ອຕຳຫຼວດປະຊາຊົນ (19/8/1945 - 19/8/2026) ແລະ 81 ປີແຫ່ງວັນມູນເຊື້ອຂະແໜງການທູດ ຫວຽດນາມ (28/8/1945 - 28/8/2026), ຕອນບ່າຍວັນທີ 17 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດຕັ້ງການພົບປະກັບການນຳ ແລະ ຜູ້ແທນຂອງບາງອົງການ, ຫົວໜ່ວຍຂຶ້ນກັບກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ ແລະ ກະຊວງການຕ່າງປະເທດຫວຽດນາມ. ເຂົ້າຮ່ວມການພົບປະມີ: ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ຫວຽດນາມ ໂຕເລິມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ເລມິງຮຶງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ.
ທີ່ການພົບປະ, ທ່ານພົນເອກ ຟານວັນຢາງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຢັ້ງຢືນວ່າໃນຊຸມປີຜ່ານມາ, ກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ, ກະຊວງການຕ່າງປະເທດ ໄດ້ປະຕິບັດບົດບາດໜ້າທີ່ເປັນຢ່າງດີ, ເປັນຕົ້ນແມ່ນໃນການປະຕິບັດຂໍ້ກຳນົດການປະສານສົມທົບໃນວຽກງານຄົ້ນຄ້ວາ, ຕີລາຄາສະພາບການ, ເປັນເສນາທິການຕໍ່ພັກ, ລັດ, ປະກາດໃຊ້ຫຼາຍແຜນນະໂຍບາຍ, ນະໂຍບາຍຊີ້ຂາດຍຸດທະສາດ.