ສອງປະເທດຄວນສືບຕໍ່ຮັກສາການແລກປ່ຽນ, ພົບປະເປັນປະຈຳຢູ່ທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖືວ່າ ວິທະຍາສາດ ແລະ ເຕັກໂນໂລຢີຕ້ອງກາຍເປັນເສົາຄ້ຳສຳຄັນຂອງການພົວພັນໃໝ່.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນນະໂຍບາຍຢູ່ສະພາແຫ່ງຊາດ ການາດາ (ພາບ: VNA)
ໃນຂອບເຂດການເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ການາດາ, ຕອນບ່າຍວັນທີ 24 ກັນຍາ ຕາມເວລາທ້ອງຖິ່ນ, ຢູ່ຫໍສະພາແຫ່ງຊາດ ການາດາ, ນະຄອນຫຼວງ Ottawa, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ມີບົດກ່າວປາໄສນະໂຍບາຍ “ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ການາດາ ໃນສະພາບການໂລກທີ່ເຕັມໄປດ້ວຍການຜັນແປ”.
ເມື່ອແບ່ງປັນຂໍ້ສັງເກດກັບ ທ່ານ Mark Carney ນາຍົກລັດຖະມົນຕີ ການາດາ ກ່ຽວກັບຄວາມຈຳເປັນຕ້ອງສ້າງກຳລັງແຮງຈາກພາຍໃນ ແລະ ຫັນການພົວພັນພາຍນອກເປັນຫຼາຍຮູບຫຼາຍແບບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ແລະ ການາດາ ລ້ວນແຕ່ມີຜົນປະໂຫຍດໃນການຍົກສູງຄວາມສາມາດເປັນເຈົ້າຕົນເອງ, ເພີ່ມທະວີການພົວພັນຄວາມໄວ້ເນື້ອເຊື່ອໃຈ ແລະ ປົກປັກຮັກສາສິ່ງແວດລ້ອມສາກົນແຫ່ງສັນຕິພາບ, ມີສະຖຽນລະພາບ. ໃນໂລກທີ່ເຕັມໄປດ້ວຍການຜັນແປ, ການພົວພັນທີ່ມີຄວາມໄວ້ເນື້ອເຊື່ອໃຈ, ມີຄວາມຮັບຜິດຊອບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດຍາວນານ ແມ່ນຄຸນຄ່າຍຸດທະສາດຢ່າງແທ້ຈິງ.
ໂດຍຍົກອອກບັນດາທິດທາງການຮ່ວມມືໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ສອງປະເທດຄວນສືບຕໍ່ຮັກສາການແລກປ່ຽນ, ພົບປະເປັນປະຈຳຢູ່ທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖືວ່າ ວິທະຍາສາດ ແລະ ເຕັກໂນໂລຢີຕ້ອງກາຍເປັນເສົາຄ້ຳສຳຄັນຂອງການພົວພັນໃໝ່. ສອງປະເທດໄດ້ເຊື່ອມຕໍ່ບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄ້ວາ ແລະ ວິສາຫະກິດ, ໃຫ້ບຸລິມະສິດບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຄົ້ນຄ້ວາລວມກ່ຽວກັບປັນຍາປະດິດເພື່ອການໜູນໃຊ້, ເຕັກໂນໂລຢີສະອາດ ແລະ ເຕັກໂນໂລຢີທະເລ. ສອງຝ່າຍກໍ່ຕ້ອງສ້າງເງື່ອນໄຂສະດວກກວ່າໃຫ້ແກ່ການທ່ອງທ່ຽວ, ການສຶກສາ, ການຄົ້ນຄ້ວາ ແລະ ພົບປະແລກປ່ຽນວັດທະນະທຳ.