ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່​ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວ​ັນ​ມູນ​ເຊື້ອ​ກຳ​ລັງ​ປະ​ກອບ​ອາ​ວຸດ​ທະ​ຫານ​ເຂດ 2

ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ນັກ​ວ່າ, ຄວາມ​ຮັບ​ຜິດ​ຊອບ​ຂອງ​ຫົວ​ໜ່ວຍ ​ແມ່ນປົກ​​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ໃຫ້​ໝັ້ນ​ຄົງ​ໜັກ​ແໜ້ນ, ຮັກ​ສາ​ຄວາມ​ສະ​ຫງົບ​ໃຫ້​ແກ່ ປ​ຊ​ຊ, ປະ​ກອບ​ສ່ວນ​ເພື່ອ​ໃຫ້​ເຂດ​ໄຕ​ບັກ​ພັດ​ທະ​ນາ, ປະ​ກອບ​ສ່ວນ​ໃຫ້​ແກ່​ຄວາມ​ເຕີຍ​ໃຫ່​ຍ​ເຂັ້ມ​ແຂງ​ຕາມ​ແຕ່​ລະ​ວັນ​ຂອງ​ປະ​ເທດ​ຊາດ.
(ພາບປະກອບ: VNA)

ຕອນ​ເຊົ້າ​ວັນ​ທີ 12 ຕຸ​ລາ, ຢູ້ ຝູ​ທໍ້, ໄດ້​ຈັດພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວ​ັນ​ມູນ​ເຊື້ອ​ກຳ​ລັງ​ປະ​ກອບ​ອາ​ວຸດ​ທະ​ຫານ​ເຂດ 2 (19/10/1946 - 19/10/2026) ແລະ ຕ້ອນ​ຮັບ​ນາມ​ມະ​ຍົດ​ວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ ປ​ຊ​ຊ. ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫ່​ຍຄະ​ນະ​ບໍ​ລິ​ຫານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ, ເລ​ຂາ​ຄະ​ນະ​ພັກ​ກອງ​ທັບ​ສູນ​ກາງ​ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ຊີ້​ນຳ.

ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ນັກ​ວ່າ, ຄວາມ​ຮັບ​ຜິດ​ຊອບ​ຂອງ​ກົມ​ກອງ ​ແມ່ນປົກ​​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ໃຫ້​ໝັ້ນ​ຄົງ​ໜັກ​ແໜ້ນ, ຮັກ​ສາ​ຄວາມ​ສະ​ຫງົບ​ໃຫ້​ແກ່ ປ​ຊ​ຊ, ປະ​ກອບ​ສ່ວນ​ເພື່ອ​ໃຫ້​ເຂດ​ໄຕ​ບັກ​ພັດ​ທະ​ນາ, ປະ​ກອບ​ສ່ວນ​ໃຫ້​ແກ່​ຄວາມ​ເຕີຍ​ໃຫ່​ຍ​ເຂັ້ມ​ແຂງ​​ໃນແຕ່​ລະ​ວັນ​ຂອງ​ປະ​ເທດ​ຊາດ. ທ່ານ ໄດ້​ເວົ້າ​ວ່າ: ຕ້ອງ​ເຮັດວຽກ​ງານ​ຂົນ​ຂວາຍ ປ​ຊ​ຊ ໃຫ້​ເປັນ​ຢ່າງ​ດີ​ດ້ວຍ​ຄວາມ​ເຄົາ​ລົບ, ຄວາມ​ຈິງ​ໃຈ ແລ​ະ ວຽກ​ເຮັດ​ທີ່​ແທດ​ຈິງ. ພະ​ນັກ​ງານ, ນັກ​ຮົບ​ຕ້ອງ​ເຂົ້າ​ໃຈ​ຮີດ​ຄອງ​ປະ​ເພ​ນີ, ຮູ້​ພາ​ສາ​ຂອງ ປ​ຊ​ຊ ​ບັນ​ດາ​ເຜົ່າ, ຮັບ​ຟັງ​ຄວາມ​ໃນ​ໃຈ, ຄວາມ​ມຸ່ງ​ຫວັງ​ຂອງ ປ​ຊ​ຊ, ເອົາ​ໃຈ​ໃສ່​ເບິ່ງ​ແຍງ​​ ປ​ຊ​ຊ ​ຢູ່ບັນ​ດາ​ເຂດ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ປັບ​ປຸງ​ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ບັນ​ດາ​ຊົນ​ເຜົ່າ. ທ່ານ​ເນັ້ນ​ໜັກ​ວ່າ: ຕ້ອງ​ເປັນ​ເຈົ້າ​ການ​ໄປ​ຫາ ປ​ຊ​ຊ, ຮູ້ ປ​ຊ​ຊ ຕ້ອງ​ການ​ຫຍັງ​ເພື່ອ​ຊ່ວຍ​ໃຫ້​ຖືກວຽກ. ກຳ​ແໜ້ນ​ບໍ​ລິ​ເວນ​ທີ່​ມີ​ໄພ​ຖືກ​ນ້ຳ​ໄຫຼ​ຊູ, ດິນ​ເຊາະ​ເຈື່ອນ, ​ເຂດຖືກ​ແຍ່ງ​ແຍກ; ສົມ​ທົບ​ກັນ​ກະ​ກຽມ​ກຳ​ລັງ, ພາ​ຫະ​ນະ, ວິ​ທີ​ຍົກ​ຍ້າຍ ປ​ຊ​ຊ, ການ​ກູ້​ໄພ​ກູ້​ຊີບ….


top