ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ Kurt Campbell ອະ​ດີດ ຮອງລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ

ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ຮັກສາສະຖຽນລະພາບດ້ານການເມືອງ - ສັງຄົມ, ຍົກສູງຄຸນນະພາບລະບອບລະບຽບການ ແລະ ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ບັນດາວິສາຫະກິດ ສາກົນພັດທະນາຍາວນານ, ມີປະສິດທິຜົນ ແລະ ຍືນຍົງ.
  ທ່ານເລຂາທິການໃຫຍ່ ໂຕເລິມນ ໃຫ້ການຕ້ອນຮັບທ່ານ Kurt M. Campbell ອະດີດ ຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ (ພາບ: TTXVN)  

ຕອນບ່າຍວັນທີ 20 ກຸມພາ, ຕາມເວລາທ້ອງຖິ່ນ, ຢູ່ ວໍຊິງຕັນ, ອາເມລິກາ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Kurt M. Campbell ອະດີດ ຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີທ່ານ Kurt Campbell ສືບຕໍ່ເສີມຂະຫຍາຍບົດບາດແມ່ນຂົວເຊື່ອມຕໍ່ຢ່າງມີຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງ ຫວຽດນາມ ແລະ ອາເມລິກາ, ປະຊາຄົມ ວິສາຫະກິດ ແລະ ບັນດາຄູ່ຮ່ວມມືສາກົນ, ສະໜອງບັນດາການວິໄຈຍຸດທະສາດກ່ຽວກັບທ່າອ່ຽງເສດຖະກິດ, ເຕັກໂນໂລຢີ ແລະ ນະໂຍບາຍທົ່ວໂລກ, ເພີ່ມທະວີການເຊື່ອມຕໍ່ວິສາຫະກິດ ອາເມລິກາ ແລະ ບັນດານັກລົງທຶນຍຸດທະສາດ ກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຫວຽດນາມ.

ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ຜົນສຳເລັດຂອງບັນດານັກລົງທຶນແມ່ນຜົນສຳເລັດຂອງ ຫວຽດນາມ, ຢັ້ງຢືນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ຮັກສາສະຖຽນລະພາບດ້ານການເມືອງ - ສັງຄົມ, ຍົກສູງຄຸນນະພາບລະບອບລະບຽບການ ແລະ ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ບັນດາວິສາຫະກິດ ສາກົນພັດທະນາຍາວນານ, ມີປະສິດທິຜົນ ແລະ ຍືນຍົງ.

ທ່ານ Kurt Campbell ໃຫ້ຮູ້ວ່າປະຊາຄົມວິສາຫະກິດ ແລະ ຄູ່ຮ່ວມມືອາເມລິກາ ຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນຂອງ ຫວຽດນາມ, ຖືຫວຽດນາມ ແມ່ນຈຸດນັດພົບຍຸດທະສາດໃນລະບົບສະໜອງ ແລະ ນະວັດຕະກຳ ທົ່ວໂລກ, ຢັ້ງຢືນພ້ອມແລ້ວທີ່ຈະສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການລົງທຶນ ແລະ ເຊື່ອມຕໍ່ວິສາຫະກິດລະຫວ່າງສອງປະເທດ.


top