ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ເຫຼົ່າ​ຮົບ​ລົດ​ຫຸ້ມ​ເກາະ ຕ້ອງ​ເປັນ​ກຳ​ລັງຫຼວງ, ຍອດ​ຢ້ຽມ ແລະ ທັນ​ສະ​ໄໝ ຢ່າງ​ແທ້​ຈິງ

ໃນໄລຍະປະຕິວັດໃໝ່, ເຫຼົ່າຮົບລົດຫຸ້ມເກາະຕ້ອງມານະພະຍາຍາມສູ້ຊົນ, ພ້ອມກັບທົ່ວກອງທັບຍາດແຍ່ງທຸກກາລະໂອກາດ ເພື່ອຍົກສູງຄຸນນະພາບສັງລວມ, ລະດັບຄວາມຮູ້ຄວາມສາມາດກຽມພ້ອມສູ້ຮົບຢ່າງບໍ່ຢຸດຢັ້ງ, ເປັນກຳລັງປະຕິວັດ, ກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ປະຕິບັດສຳເລັດໜ້າທີ່ໄດ້ຮັບການມອບໝາຍ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການພົບປະ (ພາບ: Thống Nhất/TTXVN)

ຕອນບ່າຍວັນທີ 22 ເມສາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ, ເລຂາຄະນະພັກກອງທັບສູນກາງ, ໄດ້ລົງຢ້ຽມຢາມ ແລະ ກວດກາສະພາບການຕົວຈິງຢູ່ ກອງພົນນ້ອຍລົດຖັງ 201 - ເຫຼົ່າຮົບລົດຫຸ້ມເກາະ.

ທ່ານເລຂາທິການໃຫຍ່ ໂຕເລິມ ມອບຂອງຂວັນໃຫ້ແກ່ພະນັກງານ, ນັກຮົບກອງພົນນ້ອຍ ລົດຖັງ 201 (Thống Nhất/TTXVN)

ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງວ່າ ໃນໄລຍະປະຕິວັດໃໝ່, ເຫຼົ່າຮົບລົດຫຸ້ມເກາະຕ້ອງມານະພະຍາຍາມສູ້ຊົນ, ພ້ອມກັບທົ່ວກອງທັບຍາດແຍ່ງທຸກກາລະໂອກາດ ເພື່ອຍົກສູງຄຸນນະພາບສັງລວມ, ລະດັບຄວາມຮູ້ຄວາມສາມາດກຽມພ້ອມສູ້ຮົບຢ່າງບໍ່ຢຸດຢັ້ງ, ເປັນກຳລັງປະຕິວັດ, ກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ປະຕິບັດສຳເລັດໜ້າທີ່ໄດ້ຮັບການມອບໝາຍ. ເຫຼົ່າຮົບລົດຫຸ້ມເກາະ ຕ້ອງສົມເປັນກຳລັງບຸກທະລຸຢ່າງແຮງ ຂອງທະຫານບົກກອງທັບປະຊາຊົນ ຫວຽດນາມ ຢ່າງແທ້ຈິງ. ຕ້ອງຖືເປັນສຳຄັນການຝຶກຊ້ອມໃຫ້ຄົບຊຸດ, ລົງເລິກຕາມທິດທັນສະໄໝ, ນຳໃຊ້ ຍຸດໂທປະກອນ, ເຕັກນິກໃໝ່ຢ່າງຊຳນານງານ.


top