ຕອນບ່າຍວັນທີ 06 ກຸມພາ, ຢູ່ສຳນັກງານພັກປະຊາຊົນກຳປູເຈຍ (CPP) ທີ່ນະຄອນຫຼວງ ພະນົມເປັນ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍທ່ານ Hun Sen ປະທານພັກ CPP ແລະ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ເປັນປະທານຮ່ວມການພົບປະລະຫວ່າງຜູ້ນຳໜ້າຂອງສາມພັກ ຫວຽດນາມ - ກຳປູເຈຍ - ລາວ.
ຜູ້ນຳໜ້າຂອງສາມພັກ ຫວຽດນາມ - ກຳປູເຈຍ - ລາວ
ກ່າວຄຳເຫັນທີ່ການພົບປະ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ສະແດງຄວາມປິຕິຊົມຊື່ນແບ່ງປັນກ່ຽວກັບສະພາບການຢູ່ ຫວຽດນາມ ແລະ ບັນດາໝາກຜົນສຳຄັນ, ມີລັກສະນະກຳນົດທິດຍຸດທະສາດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ; ພ້ອມທັງຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດແກ່ການປັບປຸງ, ພັດທະນາສາຍພົວພັນສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ກຳປູເຈຍ - ລາວ ຢ່າງສະເໝີຕົ້ນສະເໝີປາຍ.
ບັນດາຜູ້ແທນເຂົ້າຮ່ວມງານພົບປະ
ການພົບປະໄດ້ແລກປ່ຽນກ່ຽວກັບທຸກຂົງເຂດໃນສາມພັກ, ສາມປະເທດ ແລະ ອີກຄັ້ງໜຶ່ງຢັ້ງຢືນສາຍພົວພັນລະຫວ່າງສາມພັກ ແລະ ປະຊາຊົນສາມປະເທດ ແມ່ນມີຄວາມໝາຍຍຸດທະສາດ, ຍາວນານ. ເມື່ອສິ້ນສຸດການພົບປະ, ການນຳສາມທ່ານໄດ້ເຫັນດີເປັນເອກະພາບຈັດການພົບປະລະຫວ່າງຜູ້ນຳໜ້າຂອງສາມພັກຄັ້ງທີ 5 ປີ 2027 ຢູ່ ລາວ.