ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມ​ລາຍ​ການ​ສະ​ແດງ​ສິ​ລະ​ປະ “ສຽງດົນ​ຕີ​ພາຍ​ໃຕ້​ແສງ​ຕາ​ເວັນ”

ຕອນຄ່ຳວັນທີ 23 ມີນາ, ຢູ່ໂຮງລະຄອນ ໂຮ່ເກືອມ, ຮ່າໂນ້ຍ ໄດ້ດຳເນີນລາຍການດົນຕີປະສານສຽງທີ່ມີຫົວຂໍ້ “ສຽງດົນຕີພາຍໃຕ້ແສງຕາເວັນ”, ເປີດຕົວກອງດົນຕີປະສານສຽງກອງທັບ ຫວຽດນາມ.
  ບັນດາການນຳພັກລັດເຂົ້າຮ່ວມລາຍການ (ພາບ: qdnd.vn)  
ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ເລຂາຄະນະພັກການທະຫານສູນກາງ; ; ທ່ານ ເຈິ່ນແທັງເໝິນ ກຳມະການກົມການເມືອງ,  ປະທານສະພາແຫ່ງຊາດ ໄດ້ເຂົ້າຮ່ວມລາຍການ. ລາຍການດັ່ງກ່າວປະກອບມີ 3 ພາກ ທີ່ເຂັ້ມຂຸ້ນໄປດ້ວຍລັກສະນະສິລະປະ - ການເມືອງ, ພາຜູ້ຊົມຈາກຄວາມຮູ້ສຶກນີ້ສູ່ຄວາມຮູ້ສຶກອື່ນຂອງກະແສປະຫວັດສາດຂອງຊາດ. ພາກທີ 1  ຍ້ອງຍໍສັນລະເສີນປະເທດຊາດ, ຄວາມເອກອ້າງທະນົງໃຈ ແລະ ຄວາມຮູ້ບຸນຄຸນຕໍ່ພັກ, ປະທານ ໂຮ່ຈີມິນຜູ້ຍິ່ງໃຫຍ່. ພາກທີ 2ວາດພາບຮູບພາບຂອງທະຫານລຸງໂຮ່. ພາກທີ 3 ແມ່ນຄຳຢັ້ງຢືນກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ. ລາຍການດັ່ງກ່າວໄດ້ປິດທ້າຍດ້ວຍບົດເພງ “ສະບາຍດີລະດູບານໃໝ່ ທີ່ສະຫວາດສະເຫວີຍຫວຽດນາມ”, ລາຍການເປີດອອກອະນາຄົດທີ່ເຕັມໄປດ້ວຍຄວາມຫວັງ ແລະ ພະລັງຊີວິດທີ່ເຂັ້ມແຂງດ້ວຍຕົນເອງ.

top