ຕອນເຊົ້າວັນທີ 4 ກຸມພາ, ຢູ່ສຳນັກງານສູນກາງພັກ, ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ໄດ້ເປັນປະທານກອງປະຊຸມຂອງຄະນະເລຂາສູນກາງພັກ ກ່ຽວກັບການຈັດຕັ້ງບຸນປີໃໝ່ປະຈຳຊາດປີມະເສັງ 2025; ຊີ້ນຳບາງໜ້າທີ່ຈຸດສຸມຂອງສູນກາງພັກ, ຄະນະພັກທຸກຂັ້ນໃນໄລຍະຈະມາເຖິງ.
ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມ (ພາບ: TTXVN)
ເມື່ອກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ຕ້ອງມີການຕີລາຄາສັງລວມກ່ຽວກັບຄວາມຕ້ອງການບໍລິໂພກ, ກຳລັງຊື້ໃນໂອກາດບຸນເຕັດຂອງປະຊາຊົນເພື່ອມີມາດຕະການບໍລິຫານການຜະລິດ, ກຳນົດທິດການຕະຫຼາດ, “ກະຕຸ້ນ” ການບໍລິໂພກອຸປະໂພກຢູ່ພາຍໃນປະເທດ…
ກ່ຽວກັບໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ ສະເໜີໃຫ້ກະກຽມເນື້ອໃນກອງປະຊຸມສະພາແຫ່ງຊາດໃນເດືອນ ກຸມພາ ນີ້ຢ່າງລອບຄອບຖີ່ຖ້ວນ; ຍູ້ແຮງການປະຕິບັດມະຕິວ່າດ້ວຍບາດກ້າວບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ; ຕັດສິນໃຈປະຕິບັດບັນດາແຜນນະໂຍບາຍ, ມາດຕະການປະຕິບັດເປົ້າໝາຍເຕີບໂຕ GDP ກວ່າ 8% ໃນປີ 2025 ຢ່າງຂ້ຽວຂາດ, ສ້າງທ່ວງທ່າເພື່ອມີການເຕີບໂຕດ້ວຍສອງຕົວເລກໃນໄລຍະ 2026 – 2030. ທຸກຂັ້ນ, ຂະແໜງການຜັນຂະຫຍາຍບັນດາມາດຕະການປ່ອຍເງິນລົງທຶນພາກລັດແຕ່ຕົ້ນປີ, ແກ້ໄຂບັນດາຈຸດອຸດຕັນເພື່ອພັດທະນາເສດຖະກິດ - ສັງຄົມ.