ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາບ ແລະ ທ່ານ​ພົນ​ເອກ ວັນ​ຕຽນ​ຢຸງ

ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ໄດ້ໄປຈູດທູບໃຕ້ທຽນອາໄລຫາພົນເອກ ຫວໍງວຽນຢາບ, ອະດີດກຳມະການກົມການເມືອງ, ອະດີດເລຂາຄະນະພັກກອງທັບສູນກາງ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ, ຜູ້ບັນຊາການໃຫຍ່ກອງທັບປະຊາຊົນ ຫວຽດນາມ.
ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ໄດ້ໄປຈູດທູບໃຕ້ທຽນອາໄລຫາພົນເອກ ຫວໍງວຽນຢາບ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດ ເປັນເອກະພາບ (30 ເມສາ 1975 – 30 ເມສາ 2025), ຕອນບ່າຍວັນທີ 28 ເມສາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ໄດ້ໄປຈູດທູບໃຕ້ທຽນອາໄລຫາພົນເອກ ຫວໍງວຽນຢາບ, ອະດີດກຳມະການກົມການເມືອງ, ອະດີດເລຂາຄະນະພັກກອງທັບສູນກາງ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ, ຜູ້ບັນຊາການໃຫຍ່ກອງທັບປະຊາຊົນ ຫວຽດນາມ. ຊີວິດການເຄື່ອນໄຫວຂອງພົນເອກ ຫວໍງວຽນຢາບ ແມ່ນຕິດພັນກັບວິວັດທະນາການພັດທະນາຂອງການປະຕິວັດ ຫວຽດນາມ ແລະ ບັນດາຂີດໝາຍປະຫວັດສາດສຳຄັນພິເສດຂອງຊາດ.

ທ່ານເລຂາທິການໃຫຍ່ຈູດທູບໄຕ້ທຽນອາໄລຫາພົນເອກ ວັນຕຽນຢຸງ, (ພາບ: TTXVN)

ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ກໍໄດ້ສະແດງຄວາມຮູ້ບຸນຄຸນຕໍ່ພົນເອກ ວັນຕຽນຢຸງ, ອະດີດກຳມະການກົມການເມືອງ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ. ໃນການຕໍ່ຕ້ານກູ້ຊາດ, ທ່ານພົນເອກ ວັນຕຽນຢຸງ ໄດ້ຊີ້ນຳໂດຍກົງໃນຫຼາຍບັ້ນຮົບສຳຄັນທີ່ຍາດໄດ້ໄຊຊະນະ. ນັ້ນແມ່ນບັ້ນຮົບເສັ້ນທາງເລກທີ 9 - ພາກໃຕ້ ລາວ ປີ 1971, ບັ້ນຮົບປ້ອງກັນອາກາດ ເດືອນທັນວາ 1972, ບັ້ນຮົບປົດປ່ອຍ ໄຕງວຽນ ເມື່ອປີ 1975 ແລະ ບັ້ນຮົບ ໂຮ່ຈີມິນ ປະຫວັດສາດ ເດືອນ ເມສາ 1975 ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ.


top