ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຢ້ຽມ​ຢາມ, ມອບ​ຂອງ​ຂວັນ​ໃຫ້​ແກ່​ປະ​ຊາ​ຊົນ​ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ພາ​ຍຸ​ນ້ຳ​ຖ້ວມ​ຢູ່ ເຫວ້

ຕາມການສະຖິຕິໃນເບື້ອງຕົ້ນ, ປັດຈຸບັນ, ນະຄອນ ເຫວ້ ຍັງມີ 8 ໃນຈຳນວນ 40 ຕາແສງຍັງມີນ້ຳຖ້ວມອັ່ງ, ບາງຕາແສງນ້ຳຖ້ວມຢ່າງໜັກໜ່ວງ.
ທ່ານເລຂາທິການໃຫຍ່ ໂຕເລິມ ຢື້ຢາມຖາມຂ່າວ ແລະ ມອບຂອງຂວັນໃຫ້ແກ່ປະຊາຊົນຖືກຜົນກະທົບຈາກນ້ຳຖ້ວມ

ຕອນເຊົ້າວັນທີ 2 ພະຈິກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໂຕເລິມ ແລະ ຄະນະປະຕິບັດງານຂອງສູນກາງ ໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ປະຊາຊົນນະຄອນ ເຫວ້ ທີ່ຖືກຜົນກະທົບຢ່າງໜັກໜ່ວງຈາກພາຍຸນ້ຳຖ້ວມຄັ້ງປະຫວັດສາດຜ່ານມາ.

        ຕາມການສະຖິຕິໃນເບື້ອງຕົ້ນ, ປັດຈຸບັນ, ນະຄອນ ເຫວ້ ຍັງມີ 8 ໃນຈຳນວນ 40 ຕາແສງຍັງມີນ້ຳຖ້ວມອັ່ງ, ບາງຕາແສງນ້ຳຖ້ວມຢ່າງໜັກໜ່ວງ.

        ເມື່ອລົງຢື້ຢາມຖາມຂ່າວບັນດາຄອບຄົວໃນບ້ານ ຄວງພໍ່ດົງ, ຕາແສງ ກວາງດ່ຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັ້ກວ່າ ພັກ, ລັດ, ພໍ່ແມ່ປະຊາຊົນທົ່ວປະເທດລ້ວນແຕ່ມຸ່ງໄປເຖິງພາກກາງ ແລະ ນະຄອນ ເຫວ້ ດ້ວຍຈິດໃຈ “ຊ່ວຍເຫຼືອເຊິ່ງກັນແລະກັນ”, ຊ່ວຍເຫຼືອ, ແບ່ງປັນຄວາມຫຍຸ້ງຍາກກັບປະຊາຊົນເຂດນ້ຳຖ້ວມຢ່າງທັນການ. ບັນດາກຳລັງໄດ້ສຸມໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ.

       ນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມອບເງິນຊ່ວຍເຫຼືອ 100 ຕື້ດົ່ງ, ເຂົ້າສານ 200 ໂຕນໃຫ້ແກ່ນະຄອນ ເຫວ້ ແລະ ຂອງຂວັນ 45 ພຸດໃຫ້ແກ່ຄອບຄົວປະສົບຄວາມຫຍຸ້ງຍາກເປັນພິເສດ ແລະ ຖືກຜົນກະທົບຈາກພາຍຸນ້ຳຖ້ວມ.


top