ຂ່າວສານ ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານ Heng Samrin ປະທານກຽດຕິມະສັກພັກປະຊາຊົນກຳປູເຈຍ 07/02/2026 ທ່ານ ປະທານ Heng Samrin ກໍຕີລາຄາສູງຕໍ່ການພັດທະນາຢ່າງແຮງຂອງ ຫວຽດນາມ ໃນໄລຍະຜ່ານມາ ແລະ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ, ຫວຽດນາມ ຈະປະຕິບັດບັນດາເປົ້າໝາຍຍຸດທະສາດທີ່ໄດ້ວາງອອກຢ່າງມີໄຊ. ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພົບປະກັບທ່ານ Heng Samrin ປະທານກຽດຕິມະສັກ ພັກປະຊາຊົນ ກຳປູເຈຍ (ພາບ: TTXVN)ຕອນບ່າຍວັນທີ 6 ກຸມພາ, ຢູ່ນະຄອນຫຼວງ ພະນົມເປັນ, ໃນການພົບປະກັບທ່ານ Heng Samrin ປະທານກຽດຕິມະສັກ ພັກປະຊາຊົນ ກຳປູເຈຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ນ້ຳໃຈອັນດີງາມ ແລະ ຕີລາຄາສູງບັນດາການປະກອບສ່ວນສຳຄັນຂອງທ່ານປະທານ Heng Samrin ທີ່ມີຕໍ່ສາຍພົວພັນ ຫວຽດນາມ - ກຳປູເຈຍ ໃນຕະຫຼອດຫຼາຍທົດສະວັດຜ່ານມາ, ແມ່ນແຫຼ່ງບັນດານໃຈໃຫ້ແກ່ຄົນລຸ້ນຫຼັງໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ. ທ່ານເລຂາທິການໃຫຍ່ ກໍເນັ້ນໜັກວ່າ ການຢ້ຽມຢາມທາງລັດຖະກິດຢູ່ ກຳປູເຈຍ ຄັ້ງນີ້ ມີຄວາມໝາຍສຳຄັນທີ່ສຸດ ເມື່ອ ຫວຽດນາມ ຫາກໍຈັດຕັ້ງສຳເລັດກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ວາງອອກວິໄສທັດຍຸດທະສາດໃໝ່. ສ່ວນທ່ານ ປະທານ Heng Samrin ກໍຕີລາຄາສູງຕໍ່ການພັດທະນາຢ່າງແຮງຂອງ ຫວຽດນາມ ໃນໄລຍະຜ່ານມາ ແລະ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ, ຫວຽດນາມ ຈະປະຕິບັດບັນດາເປົ້າໝາຍຍຸດທະສາດທີ່ໄດ້ວາງອອກຢ່າງມີໄຊ.

ທ່ານ ປະທານ Heng Samrin ກໍຕີລາຄາສູງຕໍ່ການພັດທະນາຢ່າງແຮງຂອງ ຫວຽດນາມ ໃນໄລຍະຜ່ານມາ ແລະ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ, ຫວຽດນາມ ຈະປະຕິບັດບັນດາເປົ້າໝາຍຍຸດທະສາດທີ່ໄດ້ວາງອອກຢ່າງມີໄຊ. ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພົບປະກັບທ່ານ Heng Samrin ປະທານກຽດຕິມະສັກ ພັກປະຊາຊົນ ກຳປູເຈຍ (ພາບ: TTXVN)ຕອນບ່າຍວັນທີ 6 ກຸມພາ, ຢູ່ນະຄອນຫຼວງ ພະນົມເປັນ, ໃນການພົບປະກັບທ່ານ Heng Samrin ປະທານກຽດຕິມະສັກ ພັກປະຊາຊົນ ກຳປູເຈຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ນ້ຳໃຈອັນດີງາມ ແລະ ຕີລາຄາສູງບັນດາການປະກອບສ່ວນສຳຄັນຂອງທ່ານປະທານ Heng Samrin ທີ່ມີຕໍ່ສາຍພົວພັນ ຫວຽດນາມ - ກຳປູເຈຍ ໃນຕະຫຼອດຫຼາຍທົດສະວັດຜ່ານມາ, ແມ່ນແຫຼ່ງບັນດານໃຈໃຫ້ແກ່ຄົນລຸ້ນຫຼັງໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ. ທ່ານເລຂາທິການໃຫຍ່ ກໍເນັ້ນໜັກວ່າ ການຢ້ຽມຢາມທາງລັດຖະກິດຢູ່ ກຳປູເຈຍ ຄັ້ງນີ້ ມີຄວາມໝາຍສຳຄັນທີ່ສຸດ ເມື່ອ ຫວຽດນາມ ຫາກໍຈັດຕັ້ງສຳເລັດກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ວາງອອກວິໄສທັດຍຸດທະສາດໃໝ່. ສ່ວນທ່ານ ປະທານ Heng Samrin ກໍຕີລາຄາສູງຕໍ່ການພັດທະນາຢ່າງແຮງຂອງ ຫວຽດນາມ ໃນໄລຍະຜ່ານມາ ແລະ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ, ຫວຽດນາມ ຈະປະຕິບັດບັນດາເປົ້າໝາຍຍຸດທະສາດທີ່ໄດ້ວາງອອກຢ່າງມີໄຊ.