ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ປີ 2026 ຕ້ອງ​ຫັນ​ບັນ​ດາ​ເນື້ອ​ໃນ​ແກ່ນ​ສານ​ຂອງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ ເປັນ​ລະ​ບອບ​ລະ​ບຽບ​ການ ແລະ ເປັນ​ລະ​ອຽດ

ປີ 2026 ຕ້ອງເປັນປີຫັນບັນດາເນື້ອໃນໃໝ່, ເນື້ອໃນແກ່ນສານຂອງເອກະສານ ເປັນລະບອບລະບຽບການ ແລະ ເປັນລະອຽດ, ກໍຄືບັນດາບັນຫາໃໝ່ຕ້ອງສືບຕໍ່ຄົ້ນຄວ້າເພື່ອຫັນເປັນລະອຽດ ແລະ ຜັນຂະຫຍາຍ.
ທ່ານເລຂາທິການໃຫຍ່ ໂຕເລິມ

ຕອນບ່າຍວັນທີ 10 ກຸມພາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ເປັນປະທານການພົບປະກັບບັນດາສະມາຊິກໃນອະນຸກຳມະການກະກຽມກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ແລະ ສະມາຊິກໃນຄະນະຊີ້ນຳສະຫຼຸບບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບກິດຈະການປ່ຽນແປງໃໝ່ຕາມກຳນົດທິດສັງຄົມນິຍົມໃນ 40 ປີຜ່ານມາຢູ່ ຫວຽດນາມ.

ການພົບປະກັບບັນດາສະມາຊິກໃນອະນຸກຳມະການກະກຽມກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ:

        “ໂດຍເປັນບັນດາຜູ້ເຂົ້າຮ່ວມເຫດການນີ້ໂດຍກົງ, ສະນັ້ນ ລ້ວນແຕ່ມີຄວາມເຂົ້າໃຈແຈ້ງກ່ຽວກັບເນື້ອໃນຈິດໃຈຂອງແຕ່ລະຄຳເວົ້າ, ເນື້ອໃນໃໝ່ໃນເອກະສານແຕ່ລະສະບັບ. ປີ 2026 ຕ້ອງເປັນປີຫັນບັນດາເນື້ອໃນໃໝ່, ເນື້ອໃນແກ່ນສານຂອງເອກະສານ ເປັນລະບອບລະບຽບການ ແລະ ເປັນລະອຽດ, ກໍຄືບັນດາບັນຫາໃໝ່ຕ້ອງສືບຕໍ່ຄົ້ນຄວ້າເພື່ອຫັນເປັນລະອຽດ ແລະ ຜັນຂະຫຍາຍ. ນີ້ແມ່ນບັນດາວຽກງານໃຫຍ່ ແລະ ຍາກທີ່ສຸດ, ຮຽກຮ້ອງຕ້ອງມີພູມປັນຍາລວມໝູ່, ມີຄຸນນະທາດການເມືອງ ແລະ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບທິດສະດີພຶດຕິກຳຕົວຈິງ”.


top