ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຖະ​ຫວາຍດອກ​ໄມ້​ອາ​ໄລ​ຫາ​ປະ​ທານ ​ໂຮ່​ຈີ​ມິນ ແລະ ທ່ານ​ເລ​ຂາ​ທິ​ການ​ຫຍ່ ເລຢວນ ຢູ່​ສະ​ຫະ​ພັນ ລັດ​ເຊຍ

ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກົ້ມຫົວໜຶ່ງນາທີ ອາໄລຫາປະທານໂຮ່ຈີມິນ.
ທ່ານເລຂາທິການໃຫຍ່ ໂຕເລິມ ຖະຫວາຍດອກໄມ້ອາໄລຫາປະທານ ໂຮ່ຈີມິນ ແລະ ທ່ານເລຂາທິການຫຍ່ ເລຢວນ ຢູ່ສະຫະພັນ ລັດເຊຍ

ຕອນບ່າຍວັນທີ10 ພຶດສະພາ, ຕາມເວລາມົດສະກູ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ໄດ້ຖະຫວາຍດອກໄມ້ຢູ່ອະນຸສາວາລີ ປະທານ ໂຮ່ຈີມິນ ຢູ່ສະໜາມຫຼວງ ໂຮ່ຈີມິນ ແລະ ຖະຫວາຍດອກໄມ້ຢູ່ສິລາລຶກທ່ານເລຂາທິການໃຫຍ່ ເລຢວນ ຢູ່ສະໜາມຫຼວງ ເລຢວນ ຢູ່ນະຄອນ ມົດສະກູ, ຢູ່ສະຫະພັນ ລັດເຊຍ.

ນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກົ້ມຫົວໜຶ່ງນາທີ ອາໄລຫາປະທານໂຮ່ຈີມິນ. ປະເທດ ໂຮ່ຈີມິນ ກໍ່ແມ່ນເພື່ອນມິດທີ່ຍິ່ງໃຫຍ່ຂອງປະຊາຊົນ ລັດເຊຍ ເຊິ່ງເປັນຜູ້ຄົນທຳອິດຕັ້ງພື້ນຖານໃຫ້ແກ່ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ຫວຽດນາມ ສະຫະພັນລັດເຊຍ.

ຖັດຈາກນັ້ນ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ຖະຫວາຍດອກໄມ້ ແລະ ກົ້ມຫົວໜຶ່ງນາທີ ອາໄລຫາທ່ານເລຂາທິການໃຫຍ່ ເລຢວນ. ໃນການເຄື່ອນໄຫວສາກົນ, ທ່ານເລຂາທິການໃຫຍ່ ເລຢວນ ໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງ, ປັບປຸງນ້ຳໃຈສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ ແລະ ໂຊວຽດ ລະ ບັນດາປະເທດສັງຄົມນິຍົມອື່ນໆ.   

 


top