ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ “ການສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ຜູ້ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ແມ່ນ​ສິນ​ທຳ​ຂອງ​ຊາດ”

ໃນບົດຂຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ມູນເຊື້ອ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ” ແມ່ນເຊືອກອັນສັກກະລະບູຊາເຊື່ອມຕໍ່ຄົນລຸ້ນຕ່າງໆ, ແມ່ນແຫຼ່ງກຳລັງທາງດ້ານຈິດໃຈເພື່ອໃຫ້ຊົນຊາດຜ່ານຜ່າທຸກຄວາມຫຍຸ້ງຍາກ.
ທ່ານເລຂາທິການໃຫຍ່ໂຕເລິມ

ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 – 27/7/2025),  ວັນທີ 23 ກໍລະກົດ ທ່ານເລຂາທິການໃຫຍ່ໂຕເລິມ ມີບົດຂຽນດ້ວຍຫົວຂໍ້ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ”, ໃນນັ້ນເນັ້ນໜັກວ່າ ການສະແດງຄວາມຮູ້ບຸນຄຸນຕໍ່ຜູ້ມີຄຸນງາມຄວາມດີບໍ່ພຽງແຕ່ແມ່ນມູນເຊື້ອເທົ່ານັ້ນ ຫາກຍັງແມ່ນຄວາມຮັບຜິດຊອບ ແລະ ສິນທຳຂອງຊາດອີກດ້ວຍ, ໂດຍໄດ້ປະກົດຜົນເປັນຈິງດ້ວຍການກະທຳທີ່ແທ້ຈິງ.

ໃນບົດຂຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ມູນເຊື້ອ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ” ແມ່ນເຊືອກອັນສັກກະລະບູຊາເຊື່ອມຕໍ່ຄົນລຸ້ນຕ່າງໆ, ແມ່ນແຫຼ່ງກຳລັງທາງດ້ານຈິດໃຈເພື່ອໃຫ້ຊົນຊາດຜ່ານຜ່າທຸກຄວາມຫຍຸ້ງຍາກ, ສ້າງປະຊາຄົມໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ, ສິວິໄລ, ທ່ານເນັ້ນໜັກວ່າຈະບໍ່ສາມາດມີຫວຽດນາມປ່ຽນແປງໃໝ່, ພັດທະນາ, ເຊື່ອມໂຍງຢ່າງເລິກເຊິ່ງຄືໃນປັດຈຸບັນ ຖ້າບໍ່ມີເຫື່ອແຮງ, ເລືອດເນື້ອຂອງນັກຮົບປະຕິວັດ, ທະຫານ, ຊ່າວໜຸ່ມຕະລຸມບອນ…

ເພື່ອສະແດງຄວາມຮູ້ບຸນຄຸນຂອງຄົນລຸ້ນກ່ອນ, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າຕ້ອງສືບຕໍ່ເປີດກວ້າງນະໂຍບາຍກັບຜູ້ທີ່ມີຄຸນງາມຄວາມດີ, ສຸມໃສ່ແຫຼ່ງກຳລັງປັບປຸງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈໃຫ້ຜູ້ທີ່ມີຄຸນງາມຄວາມດີ, ເປັນຕົ້ນແມ່ນຢູ່ເຂດຫ່າງໄກສອກຫຼີ, ເຂດຊາຍແດນ, ທະເລໝູ່ເກາະ, ຖານທີ່ໝັ້ນການປະຕິວັດ ແລະ ເຂດສູ້ຮົບໃນເມື່ອກ່ອນ.


top