ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່: “ເວ​ລາ​ຍິ່ງ​ຜ່ານ​ໄປ ຍິ່ງ​ເຫັນ​ໄດ້​ຄວາມ​ຍິ່ງ​ໃຫຍ່​ຂອງ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ 1945 ແລະ ການ​ສະ​ຖະ​ກະ​ນາປະ​ເທດ ສາ​ທາ​ລະ​ນະ​ລັດສັງ​ຄົມ​ນິ​ຍົມ ຫວຽດ​ນາມ”

ທີ່ການໂອ້ລົມຢ່າງສະໜິດສະໜົມກັບບັນດາຜູ້ແທນ, ທ່ານເລຂາທິການໃຫຍ່ໂຕເລິມ ຢັ້ງຢືນການເສຍສະຫຼະ ຂອງຜູ້ມີຄຸນງາມຄວາມດີ ແລະ ບັນດາຜູ້ແທນທີ່ມີໜ້າຢູ່ທີ່ນີ້ ແມ່ນມີຄວາມໝາຍອັນຍິ່ງໃຫຍ່ທີ່ສຸດສຳລັບປະຊາຊົນ, ປະເທດຊາດ.
ທ່ານເລຂາທິການໃຫຍ່ໂຕເລິມ ກ່າວຄຳເຫັນທີ່ການພົບປະ (ພາບ: Thống Nhất/TTXVN)

“ເວລາຍິ່ງຜ່ານໄປ ຍິ່ງເຫັນໄດ້ຄວາມຍິ່ງໃຫຍ່ຂອງການປະຕິວັດເດືອນສິງຫາ 1945 ແລະ ການສະຖະກະນາປະເທດ ສາທາລະນະລັດສັງຄົມນິຍົມ ຫວຽດນາມ”. ນີ້ແມ່ນການເນັ້ນໜັກຂອງທ່ານເລຂາທິການໃຫຍ່ໂຕເລິມໃນການພົບປະກັບບັນດາພະນັກງານ ນັກປະຕິວັດ, ອະວຸໂສກ່ອນການລູກຮື້ຂຶ້ນ, ແມ່ຫວຽດນາມວິລະຊົນ, ນາຍທະຫານ, ວິລະຊົນກຳລັງປະກອບອາວຸດປະຊາຊົນ ໃນກອງທັບປະຊາຊົນ ຫວຽດນາມ ໄດ້ດຳເນີນໃນວັນທີ 31 ກໍລະກົດ ຢູ່ຮ່າໂນ້ຍ.

ທີ່ການໂອ້ລົມຢ່າງສະໜິດສະໜົມກັບບັນດາຜູ້ແທນ, ທ່ານເລຂາທິການໃຫຍ່ໂຕເລິມ ຢັ້ງຢືນການເສຍສະຫຼະ ຂອງຜູ້ມີຄຸນງາມຄວາມດີ ແລະ ບັນດາຜູ້ແທນທີ່ມີໜ້າຢູ່ທີ່ນີ້ ແມ່ນມີຄວາມໝາຍອັນຍິ່ງໃຫຍ່ທີ່ສຸດສຳລັບປະຊາຊົນ, ປະເທດຊາດ. ທ່ານເລຂາທິການໃຫຍ່ ກໍ່ຖືວ່າ ໃນຍຸກສັນຕິພາບປັດຈຸບັນ, ບັນດາຜູ້ແທນເຖິງວ່າພັກກິນເບ້ຍບຳນານແລ້ວກໍ່ຕາມ ແຕ່ກໍ່ສືບຕໍ່ເສີມຂະຫຍາຍຄຸນທາດ ທະຫານລຸງໂຮ່, ຍັງມີລັກສະນະ ສູ້ຮົບຢ່າງເດັດດ່ຽວ ເອົາຊະນະຢ່າງເດັດຂາດ , ເປັນບ່ອນອີ່ງຢ່າງໝັ້ນແກ່ນໃຫ້ແກ່ລຸ້ນຄົນໃນອະນາຄົດ.

ໃນໂອກາດນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຮັບຮູ້ ແລະ ເຄົາລົບບັນດາຄຳເຫັນປະກອບທີ່ສຸດໃຈຂອງບັນດາຜູ້ແທນຕໍ່ການພັດທະນາ ເສດຖະກິດ - ສັງຄົມຂອງປະເທດຊາດ, ທ່ານຢັ້ງຢືນພັກ, ລັດ ຍາມໃດກໍ່ເອົາໃຈໃສ່ເສີມຂະຫຍາຍກຳລັງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ເພື່ອສ້າງກຳລັງພາຍໃນທີ່ຍິ່ງໃຫຍ່, ນຳຫວຽດນາມນັບມື້ນັບພັດທະນາຮັ່ງມີເຂັ້ມແຂງ, ວັດທະນາຖາວອນ.


top