ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ - ການ​ນຳ​ຜູ້ມີ​ຄວາມ​ຢືດ​ໝັ້ນ, ປະ​ດິດ​ຄິ​ດ​ສ້າງ​ຂອງ​ພັກ ແລະ ການ​ປະ​ຕິ​ວັດ ຫວຽດ​ນາມ

ໂດຍມຸ່ງໄປເຖິງການສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ (01/07/1915 – 01/07/2025), ຕອນເຊົ້າວັນທີ 26 ມິຖຸນາ, ຢູ່ແຂວງ ຮຶງອຽນ (ລວມມີ ແຂວງ ຮຶງອຽນ ແລະ ຖາຍບິ່ງ ເກົ່າ), ໄດ້ດຳເນີນກອງປະຊຸມສໍາມະນາວິທະຍາສາດດ້ວຍຫົວຂໍ້: “ສະຫາຍ ຫງວຽນວັນລິງ - ການນຳຜູ້ມີຄວາມຢືດໝັ້ນ, ປະດິດຄິດສ້າງຂອງພັກ ແລະ ການປະຕິວັດ ຫວຽດນາມ”.
ທ່ານສາດສະດາຈານ, ປະລິນຍາເອກ ຫງວຽນຊວັນຖັງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ

ເມື່ອກ່າວຄຳເຫັນໃນກອງປະຊຸມສຳມະນາ, ທ່ານສາດສະດາຈານ, ປະລິນຍາເອກ ຫງວຽນຊວັນຖັງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງ, ໄດ້ຫວນຄືນບັນດາຂີດໝາຍໃນໄລຍະປະຕິບັດງານ, ເຄື່ອນໄຫວການປະຕິວັດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ນັບແຕ່ປີ 1929 ເມື່ອທ່ານເຂົ້າຮ່ວມການປະຕິວັດ ຈົນຮອດປີ 1986 ເມື່ອທ່ານໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ. ທ່ານສາດສະດາຈານ, ປະລິນຍາເອກ ຫງວຽນຊວັນຖັງ ເນັ້ນໜັກວ່າ:

        “ໂດຍຮັບດຳລົງຫຼາຍຕຳແໜ່ງສຳຄັນທີ່ແຕກຕ່າງກັນ, ແຕ່ບໍ່ວ່າຢູ່ໃນຖານະຕຳແໜ່ງໃດ, ສະຫາຍ ຫງວຽນວັນລິງ ກໍມີຄວາມຢຶດໝັ້ນກັບເປົ້າໝາຍອຸດົມການທີ່ໄດ້ເລືອກ, ຍາມໃດກໍຖືຜົນປະໂຫຍດຂອງຊາດ, ຂອງປະຊາຊົນເໜືອກວ່າສິ່ງໃດໝົດ - ເປັນແບບຢ່າງອັນໃສແຈ້ງກ່ຽວກັບຄຸນສົມບັດສິນທຳປະຕິວັດ, ປະຢັດມັດທະຍັດ, ຊື່ກົງບໍລິສຸດ, ຖືຜົນປະໂຫຍດສ່ວນລວມເໜືອກວ່າຜົນປະໂຫຍດສ່ວນຕົວ. ເກືອບ 70 ປີ ທີ່ເຂົ້າຮ່ວມການເຄື່ອນໄຫວປະຕິວັດ, ຊີວິດ ແລະ ພາລະກິດຂອງສະຫາຍເລຂາທິການໃຫຍ່ ຫງວຽນວັນລິງ ໄດ້ຕິດພັນກັບບັນດາໜ້າປະຫວັດສາດທີ່ສະຫງ່າອົງອາດຂອງພັກ ແລະ ຂອງຊາດ ດ້ວຍພາລະກິດການປ່ຽນແປງໃໝ່ປະເທດຊາດ”.


top