ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ແຕ່ລະອົງການ, ຫົວໜ່ວຍ, ທ້ອງຖິ່ນ ສ້າງແຜນການລະອຽດໃຫ້ປີ 2023 ເພື່ອຜັນຂະຫຍາຍຢ່າງມີແບບມີແຜນ, ສູ້ຊົນປະຕິບັດບັນດາເປົ້າໝາຍໜ້າທີ່ຂອງປີ 2023 ຢ່າງມີໄຊ.
ທ່ານເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ
ຕອນເຊົ້າວັນທີ 31 ມັງກອນ, ຢູ່ສຳນັກງານສູນກາງພັກ, ກ່າວຄຳເຫັນຊີ້ນຳກອງປະຊຸມຂອງຄະນະເລຂາສູນກາງພັກ ຕີລາຄາສະພາບການຜັນຂະຫຍາຍປະຕິບັດຄຳສັ່ງເລກທີ 19 ຂອງຄະນະເລຂາສູນກາງພັກ ກ່ຽວກັບການຈັດຕັ້ງຕ້ອນຮັບບຸນປີໃໝ່ປະຈຳຊາດປີແມວ 2023; ຊີ້ນຳບາງໜ້າທີ່ຈຸດສຸມຂອງສູນກາງ, ຄະນະພັກທຸກຂັ້ນໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ເນັ້ນໜັກວ່າ:
“ມີພື້ນຖານຢ່າງໝັ້ນແກ່ນ, ໂດຍສະເພາະແມ່ນໃນປີ 2022 ຜ່ານມາ ເສດຖະກິດຂອງປະເທດຊາດເຕີບໂຕ 8,02%, ນີ້ແມ່ນບາດກ້າວໃຫຍ່. ບັນດາໂຄງການຄື ທາງຄົມມະນາຄົມ, ໂຄງການທີ່ຍັງຄົງຄ້າງ ກໍໄດ້ສຸມໃສ່ຊີ້ນຳຢ່າງຂ້ຽວຂາດ, ບັນລຸໝາກຜົນລະອຽດ. ໄປຄຽງຄູ່ກັນນັ້ນ, ລາຄາຢູ່ທ້ອງຕະຫຼາດກໍເປັນປົກກະຕິພໍສົມຄວນ, ສິນຄ້າຫຼາຍຮູບຫຼາຍແບບ, ອຸດົມສົມບູນ ແລະ ສິ່ງທີ່ສຳຄັນແມ່ນ ບັນຍາກາດຕ້ອນຮັບບຸນເຕັດຂອງສັງຄົມກໍມີຄວາມສະດວກພໍສົມຄວນ. ການເຄື່ອນໄຫວທາງດ້ານວັດທະນະທຳ - ສັງຄົມ ກໍມີການປ່ຽນແປງໃໝ່ຫຼາຍຢ່າງ, ໂດຍສະເພາະແມ່ນພາຍຫຼັງກອງປະຊຸມວັດທະນະທຳທົ່ວປະເທດ ທຸກຂັ້ນ, ທຸກຂະແໜງການໃນທົ່ວປະເທດລ້ວນແຕ່ມີການຫັນປ່ຽນກ່ຽວກັບສະຕິຄວາມຮັບຮູ້”.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ແຕ່ລະອົງການ, ຫົວໜ່ວຍ, ທ້ອງຖິ່ນ ສ້າງແຜນການລະອຽດໃຫ້ປີ 2023 ເພື່ອຜັນຂະຫຍາຍຢ່າງມີແບບມີແຜນ, ສູ້ຊົນປະຕິບັດບັນດາເປົ້າໝາຍໜ້າທີ່ຂອງປີ 2023 ຢ່າງມີໄຊ.