ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ແລະ ການ​ນຳຫຼາຍ​ປະ​ເທດ ໄດ້​ສົ່ງ​ໂທ​ລະ​ເລກ, ສານອວຍ​ພອນ​ວັນ​ຊາດ ຫວຽດ​ນາມ ຄົບ​ຮອບ 76 ປີ

ເນື່ອງໃນໂອກາດວັນຊາດຫວຽດນາມ ທີ 2 ກັນຍາ ຄົບຮອບ 76 ປີ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ສົ່ງສານອວຍພອນມາຍັງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ.
(ພາບປະກອບ: VOV)

ໃນສານອວຍພອນ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ເນັ້ນໜັ້ກວ່າ, ໃນການຮ່ວມແຮງຮ່ວມໃຈຜ່ານຜ່າໂລກລະບາດໂຄວິດ - 19, ບັນດາປະເທດຄວນນຳໃຊ້ບັນດານະໂຍບາຍຟື້ນຟູ ເພື່ອສ້າງສັງຄົມແຫ່ງຍຸຕິທຳ, ຍືນຍົງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຫຼາຍກວ່າອີກ; ປະຊາຄົມສາກົນກໍຄວນເພີ່ມທະວີການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ. ທ່ານເລຂາທິການໃຫຍ່ ສປຊ ກໍສະແດງຄວາມປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ໜູນຊ່ວຍ ສປຊ ເສີມຂະຫຍາຍບົດບາດຂອງຕົນ ແລະ ສ້າງໂລກແຫ່ງສັນຕິພາບ ແລະ ດີງາມກວ່າໃຫ້ແກ່ທຸກໆຄົນ.

        ເນື່ອງໃນໂອກາດນີ້, ການນຳບັນດາປະເທດ ເບລາຣຸດ, Madagascar, Nambia, Nicaragoa, ອິນເດຍ, ສິງກະໂປ, ເກຼັກ ກໍ່ໄດ້ສົ່ງໂທລະເລກ ແລະ ສານອວຍພອນມາຍັງການນຳ ຫວຽດນາມ ເຊັ່ນດຽວກັນ.

 (ແຫຼ່ງຄັດຈາກ VOV)


top