ຕອນເຊົ້າວັນທີ 21 ພະຈິກ, ຢູ່ຫໍສະພາແຫ່ງຊາດ (ຮ່າໂນ້ຍ), ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານາທິບໍດີ ອາແຊັກໄບຊານ Ilham Aliyev ຢ່າງເປັນາທງການ.
ຕອນເຊົ້າວັນທີ 21 ພະຈິກ, ຢູ່ຫໍສະພາແຫ່ງຊາດ (ຮ່າໂນ້ຍ), ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານາທິບໍດີ ອາແຊັກໄບຊານ Ilham Aliyev ຢ່າງເປັນາທງການ. ພາຍຫຼັງພິທີຕ້ອນຮັບ, ທ່າເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານປະທານາທິບໍດີ ອາແຊັກໄບຊານ Ilham Aliyev ໄດ້ດຳເນີນການເຈລະຈາ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານປະທານາທິບໍດີ ອາແຊັກໄບຊານ Ilham Aliyev (ພາບ: VNA)
ທີ່ການເຈລະຈາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊີ້ແຈ້ງວ່າພັກ, ລັດ ຫວຽດນາມ ຍາມໃດກໍ່ມີຄວາມເອົາໃຈໃສ່ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືໃນຫຼາຍດ້ານກັບ ອາແຊັກໄບຊານ ແລະ ພັກກຳອຳນາດ ອາແຊັກໄບຊານໃໝ່; ຢັ້ງຢືນ ອາແຊັກໄບຊານ ແມ່ນຄູ່ຮ່ວມມືສຳຄັນຢູ່ພາກພື້ນ Kavkaz ໃຕ້ ແລະ Caspi. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີສອງຝ່າຍສືບຕໍ່ເສີມຂະຫຍາຍບັນດາຂົງເຂດຮ່ວມມືທີ່ມີມາແຕ່ດົນນານຄືເສດຖະກິດ - ການຄ້າ, ພະລັງງານ - ນ້ຳມັນອາຍແກັດ, ການປ້ອງກັນຊາດ - ປ້ອງກັນຄວາມສາມາດ, ວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ; ປະສານສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1992-2027), ສືບຕໍ່ສ້າງກຳລັງຜັກດັນຢ່າງແຮງໃຫ້ແກ່ສອງຝ່າຍເພື່ອຜັນຂະຫຍາຍຂອບເຂດຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອາແຊັກໄບຊານ ພັດທະນາຢ່າງແທ້ຈິງ, ມີປະສິດທິຜົນ.
ສ່ວນທ່ານ Ilham Aliyev ສະເໜີສອງຝ່າຍສົ່ງເສີມວິສາຫະກິດສອງປະເທດຮ່ວມດຳເນີນທຸລະກິດ, ເຂົ້າຮ່ວມການລົງທຶນເຂົ້າບັນດາໂຄງການພະລັງງານສະອາດ, ພະລັງງານໃໝ່, ພະລັງງານທົດແທນ ມີຄວາມເປັນໄດ້ໄດ້; ຍູ້ແຮງການຮ່ວມມືເສດຖະກິດ - ການຄ້າ - ການລົງທຶນໃຫ້ຫຼາຍກວ່າອີກ; ສືບຕໍ່ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືມິດຕະພາບ, ການຮ່ວມມືລະຫວ່າງພັກ ອາແຊັກໄບຊານ ໃໝ່ ແລະ ພັກກອມມູນິດ ຫວຽດນາມ.
ພາຍຫຼັງການເຈລະຈາ, ການນຳສອງຝ່າຍໄດ້ຮັບຮອງເອົາຖະແຫຼງການຮ່ວມຫວຽດນາມ - ອາແຊັກໄບຊານ ໂດຍໃຫ້ຄຳໝັ້ນສັນຍາຢຶດໝັ້ນຕໍ່ບັນດາຫຼັກການທີ່ໄດ້ວາງອອກໃນຖະແຫຼງການຮ່ວມກ່ຽວກັບການສ້າງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ສສ.ຫວຽດນາມ ແລະ ສ.ອາແຊັກໄບຊານ ທີ່ໄດ້ຮັບຮອງເອົາໃນວັນທີ 7/5/2025.
ຕອນບ່າຍວັນດຽວກັນ, ທ່ານປະທານາທິບໍດີ ອາແຊັກໄບຊານ Ilham Aliyev ແລະ ພັນລະຍາເດີນທາງອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຫວຽດນາມຢ່າງເປັນທາງການ, ນັບແຕ່ວັນທີ 19 – 21 ພະຈິກ, ຕາມຄຳເຊື້ອເຊີນຂອງທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ.