ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ອະ​ນຸ​ທິນ ຈັນ​ວິ​ຣ​ະ​ກຸນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢັ້ງ​ຢືນ​ວ່າ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ​ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວ​ມ​ມື​ກັບ​ບັນ​ດາ​ພັກ​ການ​ເມືອງ​ຢູ່​ໄທ, ໃນ​ນັ້ນ​ມີ​ພັກ​ພູມ​ໃຈ​ໄທ.
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ອະ​ນຸ​ທິນ ຈັນ​ວິ​ຣະ​ກຸນ (ພາບ: TTXVN)  

ຕອນ​ເຊົ້າ​ວັນ​ທີ 9 ມິ​ຖຸ​ນາ,ຢູ່​ສຳ​ນັກ​ງານ​ຫ້ອງວ່າ​ການ​ປະ​ທານ​ປະ​ເທດ​ທີ່ຮ່າ​ໂນ້ຍ ກ່າວ​ຄຳ​ເຫັນ​ທີ​ການ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ອະ​ນຸ​ທິນ ຈັນ​ວິ​ຣະ​ກຸນ ທີ່​ພວມ​ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມ​ເວ​ທີ​ປ​າ​ໄສ​ອະ​ນາ​ຄົດ ອາ​ຊຽນ​ຄັ້ງ​ທີ 3, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ໄດ້​ສະ​ເໜີ​ສອງ​ປະ​ເທດ​ສືບ​ຕໍ່​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ເປີ​ດ​ກ້​ວາງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ການ​ພົວ​ພັນແລກ​ປ່ຽນ​ປະ​ຊາ​ຊົນ, ຮັກ​ສາ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ເປັນ​ຕົ້ນ​ແມ່ນ​ກົນ​ໄກ​ກອງ​ປະ​ຊຸມ​ລັດ​ຖະ​ບານ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢັ້ງ​ຢືນ​ວ່າ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ​ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວ​ມ​ມື​ກັບ​ບັນ​ດາ​ພັກ​ການ​ເມືອງ​ຢູ່​ໄທ, ໃນ​ນັ້ນ​ມີ​ພັກ​ພູມ​ໃຈ​ໄທ.

ສ່ວນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ​ຢັ້ງ​ຢືນ​ຈະ​ຊຸກ​ຍູ້​ຍຸດ​ທະ​ສາດ ສາມ​ເຊື່ອມ​ຕໍ່ຢ່າງ​ແທ້​ຈິງ (ເຊື່ອມ​ຕໍ່​ລະ​ບັບ​ການ​ສະ​ໜອງ, ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ ແລະ ທ້ອງ​ຖິ່ນ​ສອງ​ປະ​ເທດ, ເຊື່ອມ​ຕໍ່​ບັນ​ດາ​ຍຸດ​ທະ​ສາດ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ).


top