ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແບ່ງ​ປັນ​ສາມ​ສານ​ຢູ່​ສະ​ຖາ​ບັນ​ການ​ຕ່າງ​ປະ​ເທດ ລາ​ຊະ​ອາ​ນາ​ຈັກ Egmont ( ລາ​ຊະ​ອາ​ນາ​ຈັກ​ ແບນ​ຊິກ)

ການ​ຂັດ​ແຍ້ງ​ຍຸດ​ທະ​ສາດ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ໄດ້​ແຊກ​ຊືມ​ເຂົ້າ​ທຸກໂຄງ​ສ້າງຫຼັກ: ຈາກ​ເສດ​ຖະ​ກິດ, ການ​ຄ້າ, ລະ​ບົບ​ສະ​ໜອງ​ຕະຫຼອດ​ຮອດ​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ, AI ແລະ ຂໍ້​ມູນ​ມາດ​ຖານ.
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ມີ​ບົດ​ກ່າວປາ​ໄສ​ກ່ຽວ​ກັບນະ​ໂຍ​ບາຍ: “ຫັນ​ວິ​ໄສ​ທັດ​ກາຍ​ເປັນ​ການ​ກະ​ທຳ​ຈາກ​ຄວາມ​ຕັດ​ສິນ​ໃຈ​ດ້ານ​ການ​ເມືອງ​ຈົນ​ຮອດ​ແບບ​ຢ່າງ​ທີ່​ດີ​ເດັ່ນໃນ​ກາ​ນ​ຮ່ວມ​ມື” (ພ​າບ: VNA)  

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ລາ​ຊະ​ອາ​ນາ​ຈັກ ແບນ​ຊິກ​ຢ່າງ​ເປັນ​ທາ​ງ​ການ, ຕອນ​ບ່າຍ​ວັນ​ທີ 23 ຕຸ​ລາ (ຕາມ​ເວ​ລາ​ທ້ອງ​ຖິ່ນ),ຢູ່​ສະ​ຖ​າ​ບັນ​ການ​ພົວ​ພັນ​ສາ​ກົນ ລາ​ຊະ​ອາ​ນາ​ຈັກ Egmont ( ນະ​ຄອນຫຼວງ Brussels), ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ມີ​ບົດ​ກ່າວປາ​ໄສ​ກ່ຽວ​ກັບນະ​ໂຍ​ບາຍ: “ຫັນ​ວິ​ໄສ​ທັດ​ກາຍ​ເປັນ​ການ​ກະ​ທຳ​ຈາກ​ຄວາມ​ຕັດ​ສິນ​ໃຈ​ດ້ານ​ການ​ເມືອງ​ຈົນ​ຮອດ​ແບບ​ຢ່າງ​ທີ່​ດີ​ເດັ່ນໃນ​ກາ​ນ​ຮ່ວມ​ມື”.

ໃນ​ບົດ​ກ່​າວ​​ປາ​ໄສ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ແບ່ງ​ປັນ​ສາມ​ສານ​ໃຫຍ່, ລວມ​ມີ: ທີ​ໜຶ່ງ, ຮັບ​ຮູ້​ການ​ຫັນ​ປ່ຽນ​ຍຸດ​ທະ​ສາດ​ຍຸກ​ສະ​ໄໝ - ໄລ​ຍະ​ຫັນ​ປ່ຽນ​ຢ່າງ​ເລິກ​ເຊິ່ງ, ໄພ​ນາບ​ຂູ່​ແຕ່​ລະ​ພາກ​ສ່ວນ​ແຕ່​ກໍ່​ເປີດກວ້າງ​ບັນ​ດາ​ກາ​ລະ​ໂອ​ກາດ​ໃໝ່, ບ່ອນ​ສະ​ຫະ​ພາບ ເອີ​ລົບ (EU) ສືບ​ຕໍ່​ສວມ​ບົບ​ບາດ​ເປັນ​ໃຈ​ກາງ, ນຳ​ໜ້າ. ທີ​ສອງ, ຄວາມ​ຄ້າຍ​ຄື​ກັນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ກ່ຽວ​ກັບ​ວິ​ໄສ​ທັດ, ຄຸນ​ຄ່າ ແລະ ຈິນ​ຕະ​ນາ​ການ “ເປັນ​ເຈົ້າ​ຍຸດ​ທະ​ສາດ” ລະ​ຫວ່າງ ຫວຽດ​ນາມ ແລະ EU - ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ເພື່ອ​ໃຫ້​ສອງ​ຝ່າຍ​ພ້ອມ​ກັນ​ກ້າວເດີນ​ໄກ​ກວ່າ. ທີ​ສາມ, ບັນ​ດາ​ທິດ​ທາງ​ຍຸດ​ທະ​ສາດ​ບຸກ​ທະ​ລຸ​ໃນ​ການ​ພົວ​ພັນ ຫວຽດ​ນາມ EU, ໃນ​ນັ້ນ, ການ​ພົວ​ພັນ​ຫວຽດ​ນາມ - ແບນ​ຊິກ​ແມ່ນ​ກຳ​ລັງ​ໜູນ ແລະ ພະ​ຍານຫຼັກ​ການ​ທີ່​ມີ​ຊີ​ວິດ​ຊີ​ວາ​ທີ່​ສຸດ.

ຕາມ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​ແລ້ວ​, ບັນ​ດາ​ປະ​ເທ​ດພວມ​ດຳ​ລົງ​ຊີ​ວິດ​ໃນ​ໄລ​ຍະ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ສາ​ກົນ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເລິກ​ເຊິ່ງ. ການ​ຂັດ​ແຍ້ງ​ຍຸດ​ທະ​ສາດ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ໄດ້​ແຊກ​ຊືມ​ເຂົ້າ​ທຸກໂຄງ​ສ້າງຫຼັກ: ຈາກ​ເສດ​ຖະ​ກິດ, ການ​ຄ້າ, ລະ​ບົບ​ສະ​ໜອງ​ຕະຫຼອດ​ຮອດ​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ, AI ແລະ ຂໍ້​ມູນ​ມາດ​ຖານ. ໃນ​ສະ​ພາບ​ການນັ້ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ:

ຄວາມ​ຈິງ​ຢັ້ງ​ຢືນ​ວ່າ​ບໍ່​ມີ​ປະ​ເທດ​ໃດ​ອາດ​ສາ​ມາດ​ແກ້​ໄຂບັນ​ດາ​ຄວາມ​ສ່ຽງ​ທີ່​ມີ​ລັກ​ສະ​ນະ​ທົ່ວ​ໂລກ​ ​ດ້ວຍ​ຕົນ​ເອງໄດ້. ບັນ​ຫາ​ຍຸດ​ທະ​ສາດ​ວາງ​ອອກ​ແມ່ນ​ເຮັດ​ແນວ​ໃດ​ທັງ​ປົກ​ປ້ອງ​ອະ​ທິ​ປະ​ໄຕ​ຂອງປະ​ເທດ​ຊາດ, ທັງ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ລະ​ບອບ​ລະ​ບຽບ​ການ​ສາ​ກົນ​ທີ່​ມີ​ຄວາມ​ຍຸ​ຕິ​ທຳ, ເປີດ ແລະ ອີງ​ຕາມ​ກົດ​ໝາຍ. ນີ້​ແມ່ນ​ຄຳ​ຖາມ​ຮຽກ​ຮ້ອງ​ຕ້ອງ​ມີ​ຄຳ​ຕອບ​ລວມ​ລະ​ຫວ່າງ ຫວຽດ​ນາມ ແລະ EU ແລະ ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ​ຍິ່ງ​ແລກ​ປ່ຽນ, ສອງ​ຝ່າຍ​ຍິ່ງ​ເຫັນ​ວ່າ ພວກ​ເຮົາ​ໄດ້​ແບ່ງ​ປັນຫຼາຍ​ຈຸດ​ຄ້າຍ​ຄື​ກັນ​ຍຸດ​ທ​ະ​ສາດ ແລະ ຄຸນ​ຄ່າຫຼັກ​ກວ່າ​ຄວາມ​ແຕກ​ຕ່າງ​ກັນ.


top