ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ທາງ​ລັດ​ຖະ​ກິດ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ

  • 19/10/2026
ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ແລະ ພັນ​ລະ​ຍ​າ​ໄດ້​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່​ສະ​ໜາມ​ບິນ​ສາ​ກົນ Copenhagen.
    
ຕອນ​ເຊົ້າ​ວັນ​ທີ 19 ຕ​ຸ​ລາ​, ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ພ້ອມ​ກັບ​ພັນ​ລະ​ຍາ ທ່ານ​ນາງ ໂງ​ເຟືອງ​ລີ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ໄດ້ໄປ​ຮອດ​ສະ​ໜາມ​ບິນ​ສາ​ກົນ Copenhagen, ແດນ​ມາກ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ ຢູ່​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ ແຕ່​ວັນ​ທີ 19 – 21 ຕຸ​ລາ, ຕາ​ມ​ຄຳ​ເຊື້ອ​ເຊີນ​ຂອງ​ກະ​ສັດ ລາ​ຊະ​ອາ​ນາ​ຈັກ ແດນ​ມາກ Frederik X ແລະ ພະ​ມະ​ເຫ​ສີ. ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ແລະ ພັນ​ລະ​ຍ​າ​ໄດ້​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່​ສະ​ໜາມ​ບິນ​ສາ​ກົນ Copenhagen. ກະ​ສັດ ລາ​ຊະ​ອາ​ນາ​ຈັກ ແດນ​ມາກ Frederik X ແລະ ພະ​ມະ​ເຫ​ສີ ເປັນ​ເຈົ້າ​ພາບ​ພິ​ທີ​ຕ້ອນ​ຮັບ. ພາຍ​ຫຼັງ​ພິ​ທີ​ຕ້ອນ​ຮັບ​ ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ແລະ ພັນ​ລະ​ຍ​າ ແລະ ກະ​ສັດ ລາ​ຊະ​ອາ​ນາ​ຈັກ ແດນ​ມາກ Frederik X ແລະ ພະມະ​ເຫ​ສີໄດ້​ໄປ​ວາງ​ພວງ​ມາ​ລາ​ຢູ່​ອະ​ນຸ​ສາ​ວາ​ລີ ຢູ່​ນະ​ຄອນຫຼວງ Copenhagen.

top