ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 120 ປີ​ແຫ່ງວັນ​ມູນ​ເຊື້ອ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ສະ​ເໜີ​ມະ​ຫາ​ວິ​ທະ​ຍ​າ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ສຸມ​ໃສ່​ປະ​ຕິ​ບັດ​ 7 ໜ້າ​ທີ່​ຈຸດ​ສຸມເປັນ​ຢ່າງ​ດີ, ເພື່ອ​ໃຫ້​ໂຮງ​ຮຽນ​ກາຍ​ເປັນ​ບ່ອນ​ເຕົ້າ​ໂຮມ​ພູມ​ປັນ​ຍາ​ຫວຽດ​ນາມ.
  ທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມູນິດ, ປະທານປະເທດ ຫວຽດ​ນາມ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ (ພາບ: VOV)  

ຕອນ​ເຊົ້າ​ວັນ​ທີ 16 ພຶດ​ສະ​ພາ ຢູ່​ຮ່າ​ໂນ້ຍ, ມະ​ຫາ​ວິ​ທະ​ຍາ​ໄລແຫ່ງ​ຊາດ ຮ່າ​ໂນ້ຍ ໄດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງ 120 ປີ​ແຫ່ງວັນ​ມູນ​ເຊື້ອ (16/5/1906 - 16/5/2026) ແລະ ຮັບຫຼຽນ​ໄຊ ​ແຮງ​ງານ​ຊັ້ນ​ໜຶ່ງ. ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມູ​ນິດ ຫວຽດນາມ, ປະ​ທານ​ປະ​ເທດ ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ

ໂດຍ​ຕາງ​ໜ້າ​ການ​ນຳ​ພັກ, ລັດ ເປັນ​ກຽດ​ປະ​ດັບ​ຫຼຽນໄຊ ​ແຮງ​ງາ​ນ​ຊັ້ນ​ໜຶ່ງ ໃຫ້​ແກ່​ຄູ​ອາ​ຈານ ແລະ ນັກ​ສຶກ​ສາ ມະ​ຫາ​ວິ​ທະ​ຍາ​ໄລ ແຫ່ງ​ຊາດ ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ສະ​ເໜີ​ມະ​ຫາ​ວິ​ທະ​ຍ​າ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ສຸມ​ໃສ່​ປະ​ຕິ​ບັດ​ 7 ໜ້າ​ທີ່​ຈຸດ​ສຸມເປັນ​ຢ່າງ​ດີ, ເພື່ອ​ໃຫ້​ໂຮງ​ຮຽນ​ກາຍ​ເປັນ​ບ່ອນ​ເຕົ້າ​ໂຮມ​ພູມ​ປັນ​ຍາ​ຫວຽດ​ນາມ, ປະ​ກອບ​ສ່ວນ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ໃຫຍ່​ຂອງ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ, ບຳ​ລຸງ​ສ້າງ​ຜູ້​ຄົນ​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ ແລະ ຄຸນ​ນະ​ທາດ​ພູມ​ປັນ​ຍາ​ໃນ​ຍຸກ​ສະ​ໄໝ​ໃໝ່. ທ່ານ​ໃຫ້​ຮູ້​ວ່າ:

ມະ​ຫາ​ວິ​ທະ​ຍາ​ໄລ ແຫ່ງ​ຊາດ​ຮ່າ​ໂນ້ຍ ຕ້ອງ​ບືນ​ຕົວ​ຂຶ້ນ​ກາຍ​ເປັນ​ມະ​ຫາ​ວິ​ທະ​ຍາ​ໄລ​ຍອດ​ຢ້ຽມ​ທັນ​ສະ​ໄໝ, ຫຼາຍ​ຂະ​ແໜງ, ຫຼາຍ​ວິ​ຊາ, ສັບ​ພະ​ຂົງ​ເຂດ, ເຄື່ອນ​ໄຫວ​ຕາມ​ຮູບ​ແບບ​ມະ​ຫາວ​ິ​ທະ​ຍາ​ໄລ​ນະ​ວັດ​ຕະ​ກຳ ແລະ ມີ​ຄວາມ​ສາ​ມາດ​​ນຳ​ພາ​ປະ​ເທດ​ຊາດ. ຄວາມຍອດ​ຢ້ຽມ​ຕ້ອງວັດ​ແທກ​ດ້ວຍ​ຄຸນ​ນະ​ພາບ​ໃນ​ການ​ຮຽນ, ຄວາມ​ສາ​ມາດ​ສ້າງ​ພູມ​ປັນ​ຍາ​ໃໝ່, ບຳ​ລຸງ​ສ້າງ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ພັດ​ທະ​ນາ​ເຕັກ​ໂນ​ໂລ​ຢີ ຍຸດ​ທະ​ສາດ ແລະ ປະ​ກອບ​ສ່ວນ​ແທດ​ຈິງ​ໃຫ້​ແກ່​ປະ​ເທດ​ຊາດຢ່າງ​ແທ້​ຈິງ ແລະ ອິດ​ທິ​ພົນ​ຊື່​ສຽງ​ໂດຍ​ເວ​ທີ​ສາ​ກົນ​ຍອມ​ຮັບ.

ໂດຍ​ເນັ້ນ​ໜັກວ່າ​, ມະ​ຫາ​ວິ​ທະ​ຍາ​ໄລແຫ່ງ​ຊາດ​ຮ່າ​ໂນ້ຍ ຕ້ອງ​ແມ່ນ​ບ່ອນ​ທົດ​ລອງ ແລະ ເປີດ​ ທາງ​ໃຫ້​ແກ່​ຮູບ​ແບບ​ໃໝ່​ກ່ຽວ​ກັບ​ການ​ສຶກ​ສາ, ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ຫັນ​ເປັນ​ດີ​ຈີ​ຕອນ, ທ່ານ​ເລ​ຂາ​ທິ​ກາ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກໍ່​ສະ​ເໜີ​ທາງ​ໂຮງ​ຮຽນ​ຕ້ອງ​ສືບ​ຕໍ່​ກາຍ​ເປັນ​ບ່ອນ​ເຕົ້າ​ໂຮມ​ພູມ​ປັນ​ຍາ​ແຫ່ງ​ຊາດ (ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ໃຫຍ່, ນັກ​ຊ່ຽວ​ຊານ​ດ້ານ​ເຕັກ​ໂນ​ໂລ​ຢີ​ແຖວ​ໜ້າ​ຂະ​ແໜງ​ການ, ນັກ​ທຸ​ລະ​ກິດ​ເຕັກ​ໂນ​ໂລ​ຢີ, ນັກ​ສຶກ​ສາ​ດີ​ເດັ່ນ…)ເພື່ອ​ຄົ້ນ​ຄ້​ວາ, ເປັນ​ເຈົ້າ​​ ແລະ ພັດ​ທ​ະ​ນາ​ບັນ​ດາ​ເຕັກ​ໂນ​ໂລ​ຢີ​ພື້ນ​ຖານ​ຄື ປັນ​ຍາ​ປະ​ດິດ, ເຄິ່ງ​ຊັກ​ນຳ​ໄຟ​ຟ້າ, ເຕັກ​ໂນ​ໂລ​ຢີ​ຊີ​ວະ​ສາດ, ວັດ​ຖຸ​ດິບ​ໃໝ່, ພະ​ລັງ​ງານ​ໃໝ່, Bigdata, ເຕັກ​ໂນ​ໂລ​ຢີ​ສີ​ຂຽວ ແລະ ຍືນ​ຍົງ.


top