ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ສ້າງ​ສາ​ພັດ​ທະ​ນາ​ຈາກ​ສິ່ງ​ທ້າ​ທາຍ​ດ້ານ​ດິນ​ຟ້າ​ອາ​ກາດ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ໃຫ້​ສືບ​ຕໍ່​ກຳ​ນົດ​ບັນ​ດາ​ບຸກ​ທະ​ລຸ​ຍຸດ​ທະ​ສາດ​ຢ່າງຈະ​ແຈ້ງກວ່າ, ຍູ້​ແຮງ​ການ​ໝູນ​ໃຊ້​ບັນ​ດາ​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ, ສ້າງ​ລະ​ບົບ​ຂໍ້​ມູນ​ດີ​ຈີ​ຕອນ​ແຫ່ງ​ຊາດ​ກ່ຽວ​ກັບ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ສິ່ງ​ແວດ​ລ້ອມ ແລະ ດິນ​ຟ້າ​ອາ​ກາດ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລີມ ກ່າວ​ຄຳ​ເຫັນ​ໃນ​ການ​ເຮັດ​ວຽກ (ພາບ: VOV)

ຕອນ​ບ່າຍ​ວັນ​ທີ 10 ມິ​ຖຸ​ນາ, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ຢູ່​ຮ່າ​ໂນ້ຍ, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ​ ໄດ້​ເຮັດ​ວຽກ​ກັບ​ຄະ​ນ​ະ​ພັກ​ລັດ​ຖະ​ບານ ແລະ ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ກ່ຽວ​ກັບ​ການ​ສະຫຼຸບ​ວຽກ​ງານ​ປະ​ຕິ​ບັດ​ມະ​ຕ​ິ​ສະ​ບັບ​ເລກ​ທີ 24 ລົງ​ວັນ​ທີ 03 ມິ​ຖຸ​ນາ 2013 ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XI ວ່າ​ດ້ວຍ​ເລື່ອງ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນທຳ​ມະ​ຊາດ ແລະ ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ. ​ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ວ່າ:

“ຕ້ອງ​ມີ​ບາດ​ກ້າວ​ຫັນ​ປ່ຽນ​ຈິນ​ຕະ​ນາ​ການ​ໃນ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ທີ່​ຈະ​ແຈ້ງ ແລະ ເລ​ິກ​ເຊິ່ງກວ່າ​ອີກ. ຕ້ອງ​ຢັ້ງ​ຢືນ​ຢ່າງ​ຈະ​ແຈ້ງວ່າ ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ແລະ ການຮັບ​ມື​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເສົາ​ຄ້ຳ​ຂອງ​ຮູບ​ແບບ​ພັດ​ທະ​ນາ​ໃໝ່ ເຊິ່ງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ໄດ້​ກຳ​ນົດ​​ໄວ້. ສິ່ງ​ແວດ​ລ້ອມ​ບໍ່​ແມ່ນ​ຄ່າ​ໃຊ​້​ຈ່າຍ​ຂອງ​ການ​ພັດ​ທະ​ນາ. ສິ່ງ​ແວດ​ລ້ອມ​ແມ່ນ​ເງື່ອນ​ໄຂ​ຂອງ​ການ​ພັດ​ທະ​ນາ. ການ​ລົງ​ທຶນ​ໃຫ້​ແກ່​ສິ່ງ​ແວດ​ລ້ອມ ແມ່ນ​ການ​ລົງ​ທຶນ​ໃຫ້​ແກ່​ອະ​ນາ​ຄົດ; ຫັນ​ຈາກ​ຈິນ​ຕະ​ນາ​ການ​ຮັບ​ມື ໄປ​ສູ່ຈິນ​ຕະ​ນາ​ການ​ເປັນ​ເຈົ້າ​ການ​ສ້າງ​ສາ​ພັດ​ທະ​ນາ”.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ໃຫ້​ສືບ​ຕໍ່​ກຳ​ນົດ​ບັນ​ດາ​ບຸກ​ທະ​ລຸ​ຍຸດ​ທະ​ສາດ​ຢ່າງຈະ​ແຈ້ງກວ່າ, ຍູ້​ແຮງ​ການ​ໝູນ​ໃຊ້​ບັນ​ດາ​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ, ສ້າງ​ລະ​ບົບ​ຂໍ້​ມູນ​ດີ​ຈີ​ຕອນ​ແຫ່ງ​ຊາດ​ກ່ຽວ​ກັບ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ສິ່ງ​ແວດ​ລ້ອມ ແລະ ດິນ​ຟ້າ​ອາ​ກາດ.


top