ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ສ້າງທ່າ​ຮົບ​ແຫ່ງ​ຈິດ​ໃຈ​ປະ​ຊາ​ຊົນ​ສາ​ກົນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ຊີ້​ແຈ້ງວ່າ​ກອງ​ປະ​ຊຸມ​ຄັ້ງ​ທີ XIV ຂອງ​ພັກ​ເປັນ​ຄັ້ງ​ທຳ​ອິດ​ກຳ​ນົດ “ຍູ້​ແຮງ​ການ​ທູດ, ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ແມ່ນ​ບັນ​ຫາ​ຈຸດ​ສຸມ, ເປັນ​ປະ​ຈຳ”.
  ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ,ປະ​ທານ​ປະ​ເທດ ຫວຽດ​ນາມ ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ (ພາບ: VNA)  

ຕອນ​ເຊົ້າ​ວັນ​ທີ 15 ກັນ​ຍາ, ຢູ່​ຮ່າ​ໂນ້ຍ, ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ,ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ຫ​ະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽ​ດມາມ ຊຸດ​ທີ VII, ສະ​ໄໝ 2026 – 2031.

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ຊີ້​ແຈ້ງວ່າ​ກອງ​ປະ​ຊຸມ​ຄັ້ງ​ທີ XIV ຂອງ​ພັກ​ເປັນ​ຄັ້ງ​ທຳ​ອິດ​ກຳ​ນົດ “ຍູ້​ແຮງ​ການ​ທູດ, ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ແມ່ນ​ບັນ​ຫາ​ຈຸດ​ສຸມ, ເປັນ​ປະ​ຈຳ”. ໃນ​ພື້ນ​ຖານ​ການ​ຕ່າງ​ປະ​ເທດ​ຮອບ​ດ້ານ, ທັນ​ສະ​ໄໝ, ເປັນ​ມື​ອາ​ຊີບ ໂດຍ​ໄດ້​ສ້າງ​ຂຶ້ນ​ບົນ​ສາມ​ເສົາ​ຄ້ຳ: ການ​ທູດ​ພັກ, ການ​ທູດ​ລັດ ແລະ ການ​ທູດ​ປະ​ຊາ​ຊົນ, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕ​ະ​ພາບ ຫວຽດ​ນາມ ແມ່ນ​ກຳ​ລັງຫຼັກ​ແຫຼ່ງ, ​ສະ​ເພາະ​ກິດ ຂອງ​ເສົາ​ຄ້ຳ​ການ​ທູດ​ປະ​ຊາ​ຊົນ. ທ່ານ ໂຕ​ເລິມ ສະ​ເໜີ​ຄະ​ນະ​ບໍ​ລິ​ຫານ​ງານ​ຊຸດ​ທີ VII ຂອງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ ຕ້ອງ​ຍົກ​ສູງ​ຄວາມ​ສາ​ມາດ​ຄົ້ນ​ຄ້​ວາ ແລະ ເປັນ​ເສ​ນາ​ທິ​ການ. ທ່ານ​ໃຫ້​ຮູ້​ວ່າ:

ວົງ​ການ​ຍອດ​ຢ້ຽມ ຕ້ອງ​ຕິ​ດ​ພັນ​ກັບ ມະ​ຫາ​ຊົນ​ເພື່ອ​ສ້າງ ທ່າ​ຮົບ​ແຫ່ງ​ຈິດ​ໃຈ​ປະ​ຊາ​ຊົນ​ສາ​ກົນ. ຕ້ອງ​ເປີດກວ້າງ​ການ​ພົວ​ພັນ​ກັບ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ, ນັກ​ຮຽນ​ຮູ້, CEO ສາ​ກົນ, ແຕ່​ກົກ​ເຄົ້າ​ເຫງົ້າ​ກໍ​ແຫ່ງ​ແຫຼ່ງ​ກຳ​ລັງແຮງ​ຂອງ​ການ​ທູດ​ປະ​ຊາ​ຊົນ​ຍັງ​ແມ່ນ​ປະ​ຊາ​ຊົນ. ເພາະ​ສະ​ນັ້ນ, ຕ້ອງ​​ປູກ​ລ້ຽງ​ນ້ຳ​ໃຈ​ຂອງ​ປະ​ຊາ​ຊົນ​ທຸ​ກ​ຊັ້ນ​ວັນ​ນະ, ເປັນ​ຕົ້ນ​ແມ່ນ​ໄວ​ໜຸ່ມ. ມີ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ປະ​ມານ 6,5 ລ້ານ​ຄົນ ແມ່ນ​ຂົວ​ເຊື່ອມ​ຕໍ່​ລະ​ຫວ່າງ ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ກັບ​ຄວາມ​ສາ​ມັກ​ຄີ, ການສະ​ໜັບ​ສະ​ໜູນ​ຂອງ​ປະ​ຊາ​ຊົນ​ໂລກ”. ຈົ່ງ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ພູ​ມ​ປັນ​ຍາ, ນັກ​ທຸ​ລະ​ກິດ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ປະ​ກອບ​ສ່ວນ ແລະ ກາຍ​ເປັນ​ບັນ​ດາ​ທູດ​ທີ່​ມີ​ເຈດ​ຕະ​ນາ​ດີ ຂອງ​ປະ​ເທດ​ຊາດ. ຄວາມ​ຜູກ​ພັນ​ລະ​ຫວ່າງວົງ​ການຍອດ​ຢ້ຽມ, ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແລະ ເພື່ອນ​ມິດ​ສາ​ກົນ​ຈະ​ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ການ​ທູດ​ປະ​ຊາ​ຊົນ.


top